ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 15 ຈັດ​ຂຶ້ນ​ຢູ່​ເມືອງ​ສາງ​ຊ່າ ສ​ປ ຈີນ
2017-07-02 17:09:14  cri 
ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 15 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ສາງ​ຊ່າ​ແຂວງ​ຫູ​ນານ ສ​ປ ຈີນ. ​ໂດຍຜູ້​ແທນ​ພາ​ກ​ລັດ, ​ວົງ​ການ​ຂະ​ແໜງ​ການ​ແລະ​ວິ​ຊາ​ການ​ຈາກ 10 ປະ​ເທດ​ອາຊຽນ, ຈີນ ຍີ່​ປຸ່ນ, ສ​ ເກົາ​ຫຼີ​ແລະ​ສຳ​ນັກ​ງານ​ເລ​ຂາ​ອາ​ຊຽນ​ປະ​ມານ 100 ທ່ານເຂົ້າ​ຮ່ວມ. ​ເພື່ອ​ປຶກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງ​ໃນ​ສາມ​ຫົວ​ຂໍ້​ຄື: "ການ​​ທົບ​ທວນ​ຄືນ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ+3 ​​​ໃນ 20 ປີ​ຜ່ານ​ມາ​ແລະ​ເລັ່ງ​ໃສ່​ອະ​ນາ​ຄົດ" "ກະ​ຕຸ້ນ​ຄວາມ​ມີ​ຊີ​ວິດ​​ຊີ​ວາຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ" ແລະ "ວາງ​ແຜນ​ຜັງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ".

ທ່ານ​ຫຼິວ​ເຈິ້ນ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ວ່າ, ຈຸດ​ຮຸ່ງ​ໃສ​ທີ່​ສຸດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ກໍ​ຄື​ຝ່າຍ​ຕ່າງໆ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ສົມ​ບູນ​ຕໍ່​ການ​ວາງ​ແຜນ​ຜັງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ. ​ຂະ​ນະ​ທີ່ປັດ​ຈຸ​ບັນ, ຝ່າຍ​ຕ່າງໆ​​ໃນ 10+3 ພວມ​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື​ການ​ວາງ​ແຜນ​ຜັງ​ດັ່ງ​ກ່າວ​ເພື່ອພະ​ຍາ​ຍາມ​ວາງ​ແຜນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກໍ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສົມ​ຂອງ​ຜູ້​ຮ່ວມ​ປະ​ຊຸມ​ບັນ​ດາ​ທ່ານ. ຕໍ່​ເລື່ອງ​ນີ້​ທ່ານ​ຫຼິວ​ເຈິ້ນ​ມິງ​ກ່າວ​ວ່າ, ການ​ທີ່​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​​ແລະ​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຕ່າງ​ຊ່ວຍ​ຊູ​ຍູ້​ໜູ​ນ​ກັນ. ​ນອກ​ນີ້, ຜູ້​ຮ່ວມ​ປະ​ຊຸມ​ຫຼາຍ​ທ່ານ​ກ່າວ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ກຳ​ໂອ​ກາດ​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​ເຂົ້າ​ໃນ​ການ​​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ຂະ​ນະ​ດຽວ​ກັນ​ທີ່ເສີມ​ສ້າງ​ກຳ​ລັງ​ແຫ່ງ​ຊາດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ