ສະ​​ຫະ​ພາບປາ​ຊີ​ຟິກ​ຫຍັບ​ເຂົ້າໃກ້​​ອາ​ຊີ​ປາ​ຊີ​ຟິກ
2017-07-02 17:10:59  cri 
ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​​ປາ​ຊີ​ຟິກ​ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄາ​ລີທາງ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ໂກ​ລົມ​ບີ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ. ໂດຍ​ເນັ້ນ​ຫົວ​ຂໍ້ "ຖື​ສະ​ຫະ​ພາບ​​ປາ​ຊີ​ຟິກ​ເປັນ​ເວ​ທີ, ຫຍັບ​ເຂົ້າ​ໃກ້​ອາ​ຊີ​ປາ​ຊີ​ຟິກ". ໂກ​ລົມ​ບີ​ໄດ້​ເຂົ້າ​ແທນ​ຈີ​ເລ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ສະ​ຫະ​ພາບ​​ປາ​ຊີ​ຟິກ. ຂະ​ນະ​ທີ່​ໃນກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ໄດ້​ຮັບ​ຮອງ​ເອົາ "ຖະ​ແຫຼງ​ການ​​ຄາ​ລີ" ໃນ​ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ.

ອົ​ສ​ຕຼາ​ລີ, ນູ​ແວນເຊ​ລັງ, ກາ​ນາ​ດາ​ແລະ​ສິງ​ກະ​ໂປ​ໄດ້​ຮັບ​ຄຳ​ເຊີນ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ. ສະ​ຫະ​ພາ​ບ​​ປາ​ຊີ​ຟິກ​ຈະ​ເຈ​ລະ​ຈາ​ກັນກ່ຽວ​ກັບ​ການມອບ​ຖາ​ນະ "ປະ​ເທດ​ຄູ່​ຮ່ວມ​ມື" ໃຫ້​ແກ່​ສີ່​ປະ​ເທດ​ດັ່ງ​ກ່າວ, ​ເຊິ່ງການ​ເຈ​ລະ​ຈາ​ຈະ​ເລິ່ມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລີ​ມາ​ປະ​ເທດ​ເປ​ລູ​ໃນ​ເດືອນ​ກັນ​ຍາ​ປີ​ນີ້.

ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ປາ​ຊີ​ຟິກ​ໄດ້​ກວມຍອດ​ຈຳ​ນວນ GDP ປະ​ມານ 40% ຂອງ​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ, ແລະຍອດ​ມູນ​ຄ່າ​ການ​ຄ້າ​ກວມປະ​ມານ 50% ຂອງ​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ. ສີ່​ປະ​ເທດ​ສະ​ມາ​ຊິກ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​​ເສດ​ຖະ​ກິດ​​ເປີດ​ປະ​ຕູ​ອ່າວກວ້າງຢູ່​ອາ​ເມ​ລິ​ກາ​ລາ​ຕິນ, ມີ​​ຈຸດ​ຢືນ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ, ແລະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ແລະ​ເປີດ​ຕະ​ຫຼາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ