​ສຸຍ​ຊູ ຕົວ​ໜັງ​ສື​ເກົ່າ​ແກ່​ຂອງ​ເຜົ່າ​ສຸຍມໍ​ລະ​ດົກ​ວັດ​ນະ​ທຳ​ໂລກ​ຂອງ​ມະ​ນຸດ
2017-07-03 10:01:03  cri 

​ສຸຍ​ຊູ ​ຕົວ​ໜັງ​ສື​ເຜົ່າ​ສຸຍ ສ​ປ ຈີນ ເປັນ​ຕົວ​ໜັງ​ສື​ໃຊ້​ສຳ​ລັບ​ສົ່ງ​ຕໍ່​ຂໍ້​ມູນ​ຕ່າງໆ​ຂອງ​ເຜົ່າ​ດັ່ງ​ກ່າວ​ໃນ​ສະ​ໄໝ​ດຶກ​ດຳ​ບັນ​ເປັນ​ຕົ້ນ ດາ​ລາ​ສາດ,ວິ​ທີ​ຄຳ​ນວນ​ເວ​ລາ,ຮີດ​ຄອງ​ປະ​ເພ​ນີ​ພື້ນ​ເມືອງ,ຄວາມ​ເຊື່ອ​ຖື​ແລະ​ອື່ນໆ. ເນື່ອງ​ຈາກວ່າ​ການ​ນຳ​ໃຊ້​ເປັນສ່ວນ​ໜ້ອຍ​​ແລະ​ເປັນ​ບາງ​ຂົງ​ເຂດ​ຈິ່ງ​ມີຕົວ​ໜັງ​ສື​ພຽງ 400-500 ໂຕ​ເທົ່າ​ນັ້ນ(ຫາກ​ລວມ​ເຖິງ​ການ​ປ່ຽນ​ແປງ​ຂອງ​ໜັງ​ສື​ແຕ່​ລະ​ໂຕ​ຈະ​ມີ​ປະ​ມານ 1800 ໂຕ). ແຕ່​ກ່ອນ, ສຸຍ​ຊູ​​ເປັນ​ພຽງ​ແຕ່​ການບອກ​ເລົ່າ​​ຈາກ​ຄົນ​ຮຸ່ນ​ນີ້​ສູ່ຄົນ​ຮຸ່ນ​ຕໍ່​ໄປ​ສະ​ເພາະ ແລະ​ຜູ້​ສືບ​ທອດ​​ຕ້ອງ​ເປັນ​ຜູ້​ຊາຍ​ເທົ່າ​ນັ້ນ.

ເພື່ອ​ບໍ່​ໃຫ້​ຕົວ​ໜັງ​ສື​ເກົ່າ​ແກ່​ນີ້​ສູນ​ຫາຍ​ໄປ​ໂດຍບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ, ໂຮງ​ຮຽນ​ວິ​ຊາ​ຊີບ​ຈຳ​ນວນ​ໜຶ່ງ​ໄດ້​ເປີດຫຼັກ​ສູດ​ການ​ອະ​ນຸ​ລັກ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ເຜົ່າ​ສຸຍ ແລະກໍ​ໄດ້​ຈັດ​ສຸຍ​ຊູ​ ເຂົ້າ​ໃນ​​ລາຍ​ຊື່​ມໍລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ ແລະ​ຈີນ​ກຳ​ລັງ​ສະ​ເໜີ​ໃຫ້​ສຸຍ​ຊູ​ເຂົ້າ​ເປັນ​ມໍ​ລະ​ດົກໂລກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​​ຕໍ່UNESCO.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ