ເຮ​ລິ​ກົບ​ແຕ​ອິນ​ໂດ​ເນ​ເຊຍ​ຕົກ​​ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ
2017-07-03 14:51:28  cri 

 ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ແຂວງ​ຊາ​ວາ​ກາງ​​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້​ວ່າ, ​ເຮ​ລິ​ກົບ​ແຕ​ລຳ​ໜຶ່ງ​ຂອງ​ສູນ​ກູ້​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ທີ່​ບັນ​ທຸກ​ເຈົ້າ​ໜ້າ​ທີ່ 9 ຄົນ​ໄດ້​ຕົກ​ຢູ່ພູ​​ຂອງ​ຕົນ​ໃນ​ຕອນ​ບ່າຍ​ມື້​ດັ່ງ​ກ່າວ, ສົ່ງ​ຜົນ​ເຮັດ​ໃຫ້​​ມີ 8 ຄົນ​ເສຍ​ຊີ​ວິດ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ກ່າວ​ວ່າ, ​ຂະ​ນະ​ທີ່ຍົນ​ລຳ​ນີ້​ໄດ້​ເດີນ​ທາງ​ໄປ​ເຂດ​ປະ​ສົບ​ໄພ​ພູ​ໄຟ​ຊິ​ເລ​ຣິ​ແຂວງ​ຊາ​ວາ​ກາງ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະ​ສົບ​ໄພ​ກໍຂາດ​ການ​ຕິດ​ຕໍ່ໃນ​ເວ​ລາ​ປະ​ມານ 16 ໂມງ, ​ແລະຈາກ​ນັ້ນ​ກໍ​ກວດພົບ​ເຫັນ​ຢູ່​​ພູ​ເມືອງ​ເທ​ມັນ​ກວງ​ແຂວງ​ດັ່ງ​ກ່າວ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ