ສະ​ຫະ​ພາບ​ອາ​ຟຼິ​ກາ​ຫວັງເພີ່ມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງກັບ​ຈີນ
2017-07-03 16:19:36  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟຼິ​ກາ​ຄັ້ງ​ທີ 29 ແລະ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ອື່ນໆ​ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​ທິ​ໂອ​​ປີ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ອາ​ມະ​ນີ ອັບ​ຈະ​ຢິດ ກຳ​ມະ​ການ​ຜູ້​ຮັບ​ຜິດ​ຊອບວຽກ​ງານ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ​ແລະ​ພະ​ລັງ​ງານ​ຂອງ​ສະ​ຫະ​ພາບ​​ອາ​ຟຼິ​ກາ​ກ່າວ​ວ່າ, ຈີນ​ໄດ້​ລົງ​ທຶນ​ຢູ່​ອາ​ຟຼິ​ກາ​ຢ່າງ​ຫຼວງຫຼາຍ​ໃນ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ແລະ​ຈາກ​ນີ້ອາ​ຟຼິ​ກາ​ຫວັງ​ຈະ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ກັບ​ຈີນ.

ທ່ານ​ນາງ​ອາ​ມະ​ນີ​ກ່າວ​ວ່າ, ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ​ເຊິ່ງໃນ​ໄລ​ຍະ​ດັ່ງ​ກ່າວ, ຕົນ​ໄດ້​ປຶກ​ສາ​ຫາ​ລື​ກັບ​ຫຼາຍ​ພາກ​ສ່ວນ​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຟຼິ​ກາ​ກັບ​ຈີນ. ​ເຊິ່ງ​ອາ​ຟຼິ​ກາ​​ກໍພວມ​​ສຸມ​ທຸກຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ "ເປົ້າ​ໝາຍ​ປີ 2063", ​ດ້ວຍການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ດີ​ຂຶ້ນ, ລວມ​ທັງ​ການຊຸກ​ຍູ້​​ການເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຟຼິ​ກາ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​​ເພື່ອ​ບັນ​ລຸ​ວິ​ໄສ​ທັດ​ດັ່ງ​ກ່າວ. ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ, ຈີນ​ແລະ​ອາ​ຟຼິ​ກາ​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມືໃນ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ