ພ​າ​ແມ່ໄປ​ທ່ຽວ​ເຂດ​ຕິ​ເບດ
2017-07-04 16:53:40  cri 


ວັນ​ທີ 1 ກໍ​ລະ​ກົດ​ນີ້, ທ້າວ ຊົ້ງ​ຈ້ຽນ​ຮຸ່ຍ​​ທີ່​ປັດ​ຈຸ​ບັນ​ອາ​ຍຸ 54 ປີ​ພ້ອມ​ດ້ວຍ​ຜູ້​ເປັນ​ແມ່ອາ​ຍຸ 84 ປີ​ໄດ້ເດີນ​ທາງ​ກັບ​ຄືນເມືອງ​ເລີ້​ຊ່ານ​ແຂວງ​ເສ​ສວນ​ຢ່າງ​ປອດ​ໄພ. ຫຼັງ​ຕະ​ຫຼອດ​ໄລ​ຍະ 17 ວັນ ແລະ​​​ເດີນ​ທາງເຖິງ 5.000 ກິ​ໂລ​ແມັດ, ທ້າວ ຊົ້ງ​ຈ້ຽນ​ຮຸ່ຍ ໄດ້​ຂີ່​ລົດ​ຈັກ​ຊ້ອນແມ່​ໄປ​ທ່ຽວ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ໂດຍຜ່ານ​ເຈຍ​ຈ່ຽງ,ຫົງ​ຢາ,ຢາ​ອ່ານ,ລູ​ຕິ້ງ,ຄ່າງ​ຕິ້ງ,ຢາ​ຈ່ຽງ,ຫຼີ​ຖາງ,ປ່າ​ຖາງ,ມາງ​ຄ່າງ​ແລະ​ໂຈ​ກົ້ງ ເຊິ່ງ​ໃນ​ທີ່​ສຸດ​ກໍ​ໄປ​ຮອດ​ແລະ​ທ່ຽວ​ເມືອງ​ລ່າ​ຊ້າ​ເຂດ​ຕິ​ເບດ​ດ້ວຍ​ຄວາມ​ສະ​ໜຸກ​ສະ​ໜານ​ແລ້ວ​ກໍ​ໄດ້​ເດີນ​ທາງ​ກັບ​ບ້ານ​ຢ່າ​ງ​ປອດ​ໄພ.


ການ​ໄປ​ທ່ຽວ​ເຂດ​ຕິ​ເບດ​ແມ່ນ​ຄວາມ​ຝັນ​ໃນ​ຕະ​ຫຼອດ​ຊີ​ວິດ​ຂອງ​ຜູ້​ເປັນແມ່​ແລະເພື່ອ​​ເຮັດ​ໃຫ້ຄວາມ​ຝັນ​ຂອງ​ແມ່​ເປັນ​ຈິງ,ທ້າວ ຊົ້ງ​ຈ້ຽນ​ຮຸ່ຍ ​ຈຶ່ງໄດ້ພາໄປ​ທ່ຽວ​ດ້ວຍ​ການ​ຂີ່​ລົດ​ຈັກ. ການ​ປະ​ພຶດຂອງ​ທ້າວ​ໄດ້​​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​​ບັນ​ດາ​ຜູ້​ໃຊ້​ອິນ​ເຕີ​ເນັດ​ດ້ວຍ​ການ​ຍ້ອງ​ຍໍແລະ​ຍົກ​ໂປ້​ຕໍ່​ຄວາມ​ກະ​ຕັນ​ຍູ​ກະ​ຕະ​ເວ​ທີຂອງ​ລາວ​ຕໍ່​ແມ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ