ລັດ​ຖະ​ບານ​ຈີນ​ຈັດ​ພິ​ທີ​ສາ​ບານ​ຕົວ​​ຕໍ່ລັດ​ຖະ​ທຳ​ມະ​ນູນ
2017-07-04 17:03:26  cri 


ວັນ​ທີ 3 ກໍ​ລະ​ກົດ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ພິ​ທີ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ຢູ່​ທຳ​ນຽບ​ຈົ່ງ​ນານ​ໄຫ​​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍທ່ານ​ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ. ຕາມ "ຂໍ້​ກຳ​ນົດ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກອງ​ປະ​ຊຸ​ມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ສາ​ບານ​ຕົວ​​ຕໍ່ລັດ​ຖະ​ທຳ​ມະ​ນູນ" ແລະ "ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ການ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພະ​ນັກ​ງານ​ລັດ​ໃນ​ປະ​ເທດ​ທີ່​​ແຕ່ງ​ຕັ້ງ​ໂດຍ​ລັດ​ຖະ​ບານ​ແລະ​ພາກ​ສ່ວນ​ຕ່າງໆ. ທັງ​ນີ້​ນັບ​ແຕ່​ເດືອນ​ກັນ​ຍາ​ປີ 2016 ຫາ​ເດືອນ​ພຶດ​ສະ​ພາ​ປີ 2017 ລັດ​ຖະ​ບານ​ໄດ້​ແຕ່ງ​ຕັ້ງ​ພະ​ນັກ​ງານ 62 ຄົນ​ຈາກ 39 ພາກ​ສ່ວນ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ແລະ​ພະ​ນັກ​ງານ​ເຫຼົ່າ​ນີ້​ກໍ​ໄດ້​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ຕາມ​ກົດ​ໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ