ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຢືນ​ຢັນ​ຈະຍົກ​ເລີກ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ທົ່ວ​ປະ​ເທດ​ໃນ​ເດືອນ​ພະ​ຈິກ​
2017-07-05 10:14:15  cri 
ວັນ​ທີ 3 ກໍ​ລະ​ກົດ​ນີ້, ທ່ານ​ແອມ​ມາ​ນູ​ແອນ ມາກ​​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ເປັນ​ປະ​ທານ​ ກອງ​ປະ​ຊຸມ​​ຮ່ວມ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ທີ່​ຈັດ​ຂຶ້ນ​ຢູ່​ວັງ​ເວີ​ເຊວ ຊານ​ເມືອງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ນະ​ຄອນຫຼວງ​ປາ​ຣີ​ປະ​ເທດ​ດັ່ງ​ກ່າວ​​ແລະ​ໄດ້ປະ​ກາດ​ທິດ​ທາງ​ແລະ​ຈຸດ​ຢືນການ​ບໍ​ລິ​ຫານ​ປະ​ເທດ​ໃນ 5 ປີ​ຕໍ່​ໜ້າ.

ທ່ານ​ມາກ​ຣົງ​ກ່າວວ່າ ​ໃນເດືອນ​ພະ​ຈິກ​ປີ​ນີ້ຈະ​ຍົກ​ເລີກ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ທົ່ວ​ປະ​ເທດຫຼັງປະ​ຕິ​ບັດ​ມາ​ແຕ່​ເດືອນ​ພະ​ຈິກ 2015 ທັງ​ວາງ​ມາດ​ຕະ​ການ​ໃໝ່​ຕ້ານ​ການ​ກໍ່​ການ​ຮ້າຍ​ໂດຍ​ອີງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ​ສະ​ບັບ​ໃໝ່​ທີ່​ສະ​ເໜີ​ໂດຍຄະ​ນະ​ລັດ​ຖະ​ບານ​ເມື່ອ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ ແລະ​ສ້າງ​ຕັ້ງ​ກົນ​ໄກ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ​ໄລ​ຍະ​ຍາວ​​ໃຫ້ມີ​ປະ​ສິດ​ທິ​ຜົນ​ ຫຼັງ​​ຍົກ​ເລີກ​ການ​ປະ​ກາດ​ພາວ​ະ​ສຸກ​ເສີນ​ທົ່ວ​ປ​ະ​ເທດ.

ນອກ​ນີ້, ທ່ານ​ມາກ​​ຣົງຍັງ​ມີ​ແຜນ​ຈະ​ເສີມ​ຄວາມ​ແຂງ​ແກ່ນ​ຂອງສະ​ຫະ​ພາບ​ເອີ​ຣົບ​​ໃນ​ໄລ​ຍະ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ຕົນ​ເພື່ອຫຼຸດ​ຜ່ອນ​ລະ​ບຽບ​ແບບ​ແຜນ​ເຮັດ​ວຽກ​ແບບ​ອາ​ດ​ຍາ​ສິດ​ ແລະ​ສ້າງ​ເອີ​ຣົບ​ໃຫ້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ. ທ່ານ​ມາກ​ຣົງ​ຍັງ​ໃຫ້​ສັນ​ຍາ​ວ່າ ຈະ​​ຈັດກອງ​ປະ​ຊຸມ​​ຮ່ວມ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ທຸກ​ປີ​ໃນ​ໄລ​ຍະ​​ຄອງ​ອຳ​ນາດ​ເພື່ອ​ລາຍ​ງານ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ ​ແລະ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​​ບັນ​ດາສະ​ມາ​ຊິກ​ສະ​ພາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ