ມູນ​ຄ່າການ​ຄ້າ​ແບບ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈະບັນລຸກວ່າ 8.000 ຕື້​ຢວນ
2017-07-05 16:45:02  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ອີ​ອີ​ເມ​ດີ ​ເຊິ່ງ​ເປັນ​ສະ​ຖາ​ບັນ​ຕົວ​ເລກ​ທາງ​ອິນ​ເຕີ​ເນັດ​ເຄື່ອນ​ທີ່ຝ່າຍ​ທີ​ສາມ ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ການ​ສຶກສາຄົ້ນຄວ້າ​ຕະຫຼາດການ​ຄ້າ​ແບບ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ​ໃນ​ໄຕມາດ​ທຳ​ອິດ​ຂອງ​ປີ 2017" ​ໂດຍ​ລະບຸ​ວ່າ: ການ​ຊື້ຂາຍຂ້າມ​ຊາດ​ໂດຍ​ຜ່ານ​ລະບົບ​ເອ​ເລັກ​ໂຕຣນິກຂອງ​ຈີນ​ໃນ​ປີ 2016 ​ໄດ້​ບັນລຸມູນ​ຄ່າ 6.300 ຕື້​ຢວນ ​ເພີ່ມ​ຂຶ້ນ 23,5% ​ແລະ​ຄາດ​ວ່າ​ ຈະ​ບັນລຸ 8.800 ຕື້​ຢວນໃນ​ປີ 2018.

ອີ​ອີ​ເມ​ດີ ​ເປີດ​ເຜີຍ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ຊື້​ຂາຍ​ແບບ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຂອງ​ຈີນ​ໄດ້​ເພີ່ມ​ຈາກ ​2.900 ຕື້​ຢວນເມື່ອ​ປີ 2013 ​ຂຶ້ນ​ເປັນ 6.300 ຕື້​ຢວນ​​ໃນ​ປີ 2016, ທັງຮັກສາ​ຈັງຫວະການ​ເຕີບ​ໂຕ​ໄດ້​ຢ່າງວ່ອງ​ໄວ​ແລະ​ຕໍ່​ເນື່ອງມາ​ໂດຍ​ຕະຫຼອດ.

ບົດ​ລາຍ​ງານ​ດັ່ງກ່າວ​ຍັງ​ຊີ້​​ໃຫ້​ເຫັນວ່າ: ​ເມື່ອ​ທຽບ​​ໃສ່​ຮູບ​ແບບ​ອື່ນໆ ​ເປັນຕົ້ນ ​ໃຫ້​ຜູ້​ອື່ນ​ຊ່ວຍຊື້​ໃຫ້, ຊື້​​ທາງສື່​ສັງຄົມ​ອອນ​ລາຍ(​ລະບົບ​ wechat) ​ແລະ​ໄປ​ຊື້​ຢູ່​ຕ່າງປະ​ເທດ, ຜູ້​ບໍລິ​ໂພ​ກ 52,5% ມັກ​ຊື້​ເຄື່ອງ​​​ຜ່ານ​ເອ​ເລັກ​ໂຕຣນິກຂ້າມ​ຊາດຫຼາຍກວ່າ ​ເຊິ່ງຕົ້ນຕໍມາ​ຈາກລາຄາຖືກ​ແລະ​​ຮັບປະກັນ​​ຄຸນ​ນະພາ​ບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ