ທ່ານ​ປູ​ຕິນ​ຈະ​ພົບ​ປະ​ກັບ​ທ່ານ​ທ​ຣຳ​ເປັນ​ຄັ້ງ​ທຳ​ອິດ
2017-07-05 16:51:51  cri 
ທ່ານ​ຢູຣິ ອຸ​ຊາ​ກົບ ຜູ້​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 4 ກໍ​ລະ​ກົດ​ນີ້​ວ່າ, ທ່ານວຼາດິເມຍ ປູ​ຕິ​ນ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທ​ດ​ຕົນ​ແລະ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຈະ​ພົບ​ປະ​ກັນ​​ເປັນຄັ້ງ​ທຳ​ອິດ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້.

ທ່​ານ​ອຸ​ຊາ​ກົບ​ກ່າວ​ວ່າ, ການ​ພົບ​ປະ​​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ແລ້ວຫຼັງ​ໄດ້​ມີການ​ປຶກ​ສາ​ຫາ​ລື​ກັນ​ໂດຍ​ທັງສອງ​ທ່ານ​ຈະ​ພົບ​ປະ​ກັນ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້​ເຊິ່ງ​ເປັນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸ​ດຍອດ G20 ຢູ່ເມືອງ​ແຮມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ, ແລະ​ຖື​ວ່ານີ້​ແມ່ນ​ການ​ພົບ​ປະ​ກັນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ.

ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ, ​ການ​ພົບ​ປະ​ກັນ​ຈະ​ເນັ້ນ​ບັນ​ຫາ​ຊີ​ຣີ, ບັນ​ຫາ​ອູ​ແກ​ຣ​ນ​, ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນແລະ​ອື່ນໆ.

​ນັບ​ແຕ່ທ່ານ​ໂດ​ນັນ ທ​ຣຳ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 20 ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ​ຈົນຮອດ​ປັດ​ຈຸ​ບັນ​, ທ່ານ​ປູ​ຕິນ​ແລະ​ທ່ານ​ທ​ຣຳ​ໄດ້​ລົມ​ກັນ​ທາງ​ໂທ​ລະ​​ສັບ 3 ເທື່ອ, ແຕ່​ບໍ່​ໄດ້​ພົບ​ປະ​ກັນ​ແບບ​ສອງ​ຕໍ່​ສອງ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ