ຂະ​ບວນ​ລົດ​ໄຟແກ້​ໄຂ​ຄວາມ​ທຸກ​ຍາກ​ເຂດ​ພູ​ຕ້າຫຼຽງ​ຊ່ານ
2017-07-06 16:03:15  cri 

ຂະ​ບວນ​ລົດ​ໄຟ​ 5633/34 ​ທີ່ແລ່ນ​ຕາມ​​ລາງ​ຜ່ານ​​ພູ​ພຽງ​ພ່ານ​ຊີ່​ແລະ​ເຂດ​ພູ​ຕ້າຫຼຽງ​ຊ່ານ​ມາ​ເປັນ​ເວ​ລາຫຼາຍ​ສິບ​ປີ ເຊິ່ງ​ຍ່ານ​ນີ້​ເປັນ​ຍ່ານ​ທີ່​ຄົດ​ລ້ຽວທີ່​ສຸດ​ຂອງ​​ສາຍທາງ​ລົດ​ໄຟ​ເສິງ​ຕູ່-ຄຸນ​ມິງ. ເນື່ອງ​ຈາກເຂດ​ພູ​ຕ້າຫຼຽງ​ຊ່ານ​ເປັນ​ພູ​ມ​ລຳ​ເນົາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຜົ່າ​ຢີ໋ ​ທັງ​ເປັນ​ເຂດ​ທີ່​ມີຫຼາຍ​ເມືອງ​ທຸກ​ຍາກ​ໃນ​ລະ​ດັບ​ຊາດ ແລະເພື່ອແກ້​ໄຂ​ຄວາມ​ທຸ​ກ​ຍາກ​ຂອງ​ປະ​ຊາ​ຊົນ ຈິ່ງ​ໄດ້​ກຳ​ນົດ​ຂາຍປີ້​ລົດ​ໄຟ​​ສູງ​ສຸດ 25,5 ຢວນ ແລະຕ່ຳ​ສຸດ 2 ຢວນ, ​​ຂະ​ນະ​ດຽວ​ກັນ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບໍ່​ເສຍ​ຄ່າ​ສຳ​ລັບຜູ້​ເຖົ້າ​ອາ​ຍຸ 60 ປີ​ຂຶ້ນ​ໄປ​ແລະ​ຄອບ​ຄົວ​ຜູ້​ທຸກ​ຍາກ. ຕະຫຼອດ​ໄລ​ຍະ​ເກືອບ​ເຄິ່ງ​ສະ​ຕະ​ວັດ​ຜ່ານ​ມາ​, ຂະ​ບວນ​ລົດ​ໄຟ​ນີ້​​ໄດ້​ບໍ​ລິ​ການ​​ພີ່​ນ້ອງ​ເຜົ່າ​ຢີ໋​ທຸກ​ມື້ ແລະ​ບໍ່​ໄດ້​ຂຶ້ນ​ລາ​ຄາ​​ມາເປັນ​ເວ​ລາ 20 ກວ່າ​ປີ ທັງ​ຖື​ວ່າ​ເປັນ​ຂະ​ບວນ​ລົດ​ໄຟ​​ສົ່ງ​ເດັກ​ນ້ອຍ​ເຂດ​ພູ​ດອຍ​ອອກ​ໄປ​ສຶກ​ສາ​ຮ່ຳ​ຮຽນ​ຢູ່​ພາຍນອກ, ພີ່​ນ້ອງ​ເຜົ່າ​ຢີ໋​​ໄດ້​ຂີ່​ໄປ​ຕະຫຼາດ​ນັດ ແລະ​ກໍ​ເປັນ​ຂະ​ບວນ​ລົດ​ໄຟ​ທີ່​​ແກ້​ໄຂຄວາມ​ທຸກ​ຍາກ​ແລະ​ສ້າງ​ຮັ່ງ​​ຄູນ​ມີ​ໃຫ້​ພີ່​ນ້ອງ​ບັນ​ດາ​ເຜົ່ານັບ​ມື້ຫຼາ​ຍ​ຂຶ້ນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ