ອັດ​ສະ​ຈັນ! ໜອງ​ຫົງ​ຫູກວ້າງ​ອອກ
2017-07-07 15:03:49  cri 


ໃນ​ໂອ​ກາດນັກ​ຂ່າວ​ເດີນ​ທາງ​ໄປ​​ໜອງ​ຫົງ​ຫູ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຂວງ​ຫູ​ເປີຍ​ເພື່ອ​ສະ​ເໜີ​ຂ່າວ​ "ຢຸດ​ການ​ຫາ​ປາເພື່ອ​ປັບ​ປຸງ​ໜອງ​ຄືນໃໝ່". ຂະ​ນະ​ທີ່ນັກ​ຂ່າວ​ໄດ້​ຂີ່​ເຮືອ​ຈັກ​​ໄປ​ໜອ​ງ​ດັ່ງ​ກ່າວ​ກໍ​ໄດ້​ເຫັນ​ວ່າ​ໜ້າ​ນ້ຳ​ກວ້າງກວ່າ​ແຕ່​ເກົ່າຫຼາຍ, ​ຄື​ມັນກວ້າງ​​ສຸດ​ສາຍ​ຕາ​ແລະ​ເຮືອ​​ກໍແລ່ນ​ໄດ້​ຢ່າງ​ສະ​ດວກ​ສະ​ບາຍ. ກ່ອນ​ໜ້າ​ນີ້, ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດ​ຫົງ​ຫູ​ທີ່​ມີ​ເນື້ອ​ທີ​ປະ​ມານ41000ເຮັກ​ຕາ​ນັ້ນ​ໄດ້​ນຳ​ໃຊ້​ເປັນ​ສະ​ຖານ​ທີ່​ລ້ຽງ​ປາ​​ຕ່າງໆ​ຂອງ​ຊາວ​ປະ​ມົງກວມ​ປະ​ມານ1ສ່ວນ4, ໂດຍຢູ່​​ໜ້າ​ນ້ຳ​ມີກະ​ຊັງກະ​ແຈກ​ກະ​ຈາຍ​ຢ່າງ​ບໍ່​ເປັນ​ລະ​ບຽບ. ​ດ້ວຍ​ເຫດ​ນີ້​ເມື່ອເດືອນ​ຜ່ານ​ມາ, ອົງ​ການ​ຄຸ້ມ​ຄອງ​ເຂ​ດ​ສະ​ຫງວນ​ດັ່ງ​ກ່າວ​ໄດ້​ຮື້​ກະ​ຊັງ​ເຫຼົ່າ​ນີ້​ທັງໝົດ. ແຕ່​ປານ​ນັ້ນ​ໃນ​ປັດ​ຈະ​ບັນ,​ຍັງ​ມີ​ກະ​ຊັງ​ຈຳ​ນວນ​ໜຶ່ງ​ຈົມ​ເລິກ​ໃນ​ຕົມ​ຂອງ​ໜອງ. ນັກ​ຂ່າວ​ໄດ້​ກວາດ​ສາຍ​ຕາ​ໄປ​ເຫັນ​ເຈົ້າ​ໜ້າ​ທີ່ຈຳ​ນວນ​ໜຶ່ງ​ພວມ​ດຶງ​ກະ​ຊັງ​ທີ່​ເຫຼືອ​ເຫຼົ່າ​ນີ້, ແຕ່​ກໍຕ້ອງ​​ມີ​ແຕ່​ຫ້າ​ຫົກ​ຄົນ​ລວມ​ພະ​ລັງ​ຈຶ່ງ​ສາ​ມາດ​ດຶງມັນ​ຂຶ້ນ​ມາ​ໄດ້.





ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ