ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ
2017-07-09 13:23:21  cri 

ພາຍ​ຫຼັງກອງ​ປະ​ຊຸມສຸດຍອດກຸ່ມ 20 ປ​ະ​ເທດຫຼື G20 ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີກ​ປະ​ເທ​ດ​ເຢຍ​ລະ​ມັນ​ໄດ້​ອັດ​ລົງໃນວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ໂດ​ນັນ​ດ໌ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ອາ​ເມ​ລິ​ກາ​ພ້ອມ​ທັງ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ອັນສຳ​ຄັນທີ່​ສົນ​ໃຈ​ຮ່ວມ​ກັນ.


ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ພາຍ​ຫຼັງ​ໄດ້​ພົບ​ປະກັນ​ຢູ່ສວນ Mar-a-Lago ແລ້ວ,ທີມ​ງານ​ສອງ​ຝ່າຍ​ໄດ້​ຊຸກ​ຍູ້​ການແລກ​ປ່ຽນ​ແລະ​ການ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ໂດຍ​ອີງ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ. ໃນ​ໄລ​ຍະ​ຕໍ່​ໄປ, ສອງ​ຝ່າຍ​ຕ້ອງ​ພະ​ຍາ​ຍາມ​ຮ່ວມ​ກັນ, ກຳ​ເອົາ​ທິດ​ທາງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາໃຫ້​ດີ,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບຸກ​ເບີກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ,ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ,ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ທ​ຣຳ​ກ່າວ​ວ່າ: ດີ​ໃຈ​ຫຼາຍ​ທີ່​ໄດ້​ສ້າງ​ການ​ພົວ​ພັນ​ດ້າ​ນ​ວຽກ​ງານ​ເປັນ​ຢ່າງ​ດີ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ. ປະ​ຈຸ​ບັນ,ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​-ຈີນ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ຈີນ​ເປັນ​ຄູ່​ການ​ຄ້າ​ອັນ​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ,ແລະ​ເປັນ​ປະ​ເທດ​ທີ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ. ອາ​ເມ​ລິ​ກາ​ຍິນ​ດີ​ຂະ​ຫຍາຍ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດກັບ​ຈີນ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ຕ່າງໆ,ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ໃນ​ບັນ​ຫາ​ສາ​ກົນ​ແລະ​ພາ​ກ​ພື້ນ​​ທີ່ສຳ​ຄັນກັບ​ຈີນ​.

ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ນຳ​ກັນ​ວ່າ​ຈະ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນລະ​ດັບ​ສູງ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ຕົກ​ລົງ​ກັນ​ວ່າ​ຈະ​ຈັດ​ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອບ​ດ້ານ​ຮອບ​ທຳ​ອິດ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້.

ກ່ອນ​ໜ້າ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ພົບ​ປະ​ທ່ານແອມ​ມາ​ນູ​ແອນ ມາກ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ແລະ​ທ່ານ​ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ