G20 ​ເຫັນ​ດີສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ, ແຕ່​ບໍ່ເອ​ກະ​ສັນ​ກັນ​ກ່ຽວ​ກັບ ສັນ​ຍາ​​ປາ​ຣີ
2017-07-09 17:44:32  cri 
​ໃນການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ສຳ​ເລັດກອງ​ປະ​ຊຸມ​ຜູ້​ນຳ​ກຸ່ມ 20 ປະ​ເທດ ຫຼື G20 ​ຢູ່ແຮມ​ເບີກ​ໃນວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ແອັນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ວ່າ, ​ຫຼັງ​ຫາ​ລື​ເປັນ​ເວ​ລາ 2 ວັນ, ກຸ່ມ 20 ປະ​ເທດ​​ໄດ້ເປັນ​ເອ​ກະ​ສັນ​ກັນ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ, ແຕ່​​ບໍ່ເອ​ກະ​ສັນ​ກັນ​ກ່ຽວ​ກັບ ສັນ​ຍາ​​ປາ​ຣີຫຼັງ​ອາ​ເມ​ລິ​ກາ​ຖອນ​ໂຕ.

ທ່ານ​ນາງ​ເມີ​ເຄວ​ກ່າວ​ວ່າ, ເຖິງ​​ວ່າ, ການຫາ​ລື​ກ່ຽວ​ກັບ​ການ​ຄ້າ​ເສ​ລີ​​ປະ​ສົບ​ຄວາມ​ຫຍັງຍາກ, ແຕ່ກໍ​ບັນ​ລຸ​ຜົນທີ່​​ໜ້າ​ເພິ່ງ​ພໍໃຈ, ໂດຍຜູ້​ນຳ​ກຸ່ມ G20 ເປັນ​ເອ​ກະ​ສັນ​ກັນ​ສະ​ໜັບ​ສະ​ໜູນ​ໂລ​ກາ​ພິ​ວັດ, ໃຫ້ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເປີດ​ຕະ​ຫຼາດ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ຕັດ​ສິນ​ໃຈ​ສ້າງ​ລະ​ບົບ​ການ​ຄ້າ​ສາ​ກົນ​ທີ່​ໝັ້ນ​ທ່ຽງແລະຊຸກ​ຍູ້​ການ​ລົງ​ທຶນ​ຂ້າມ​ຊາດ.

ທ່ານ​ນາງ​ເມີ​ເຄວ​ກ່າວຕື່ມ​ວ່າ,​ ​ສຳ​ລັບຫົວ​ຂໍ້​​ຫາ​ລື​ບັນ​ຫາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ນັ້ນ, ​ເປັນ​ທີ່​ໜ້າ​ເສຍ​ດາຍ, ກຸ່ມ G20 ບໍ່​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ສັນ​ຍາ​ປາ​ຣີເນື່ອງ​ຈາກ​ອາ​ເມ​ລິ​ກາ​ຖອນ​ໂຕ, ແຕ່​ສິ່ງ​ທີ່​ໜ້າ​ດີ​ໃຈ​​ກໍ​ຄື  19 ປະ​ເທດ​ສະ​ມາ​ຊິກ​ໄດ້​​ຕົກ​ລົງກັນ​ວ່າ, ສັນ​ຍາ​ປາ​ຣີ​​ບໍ່​ສາ​ມາດ​ຕ່າວ​ປີ້ນ​ໄດ້. ແລະ​ທັງ 19 ປະ​ເທດ​ສະ​ມາ​ຊິກກໍ​​ຕົກ​ລົງ​​ພ້ອມ​ເອົາ ແຜນ​ດຳ​ເນີນ​ງານ​ດ້ານດິນ​ຟ້າ​ອາ​ກາດ​ແລະ​ພະ​ລັງ​ງານ​ແຮມ​ເບີກ​ກຸ່ມ G20 ​ເປັນເອ​ກະ​ສານ​ຕິດ​ຄັດ​ຂອງ​ຜົນ​ສຳ​ເລັດ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ