ການ​ຫາລືກໍ່ສ້າງ​ຊີຣີຄືນ​ໃໝ່ຄັ້ງທຳ​ອິດ​ຈັດ​ຂຶ້ນຢູ່ນະຄອນຫຼວງປັກ​ກິ່ງ
2017-07-10 16:11:18  cri 

ການພົບ​ປະ​ຫາລື​ໂຄງການ​ກໍ່ສ້າງ​ຊີຣີຄືນ​ໃໝ່​ຄັ້ງທຳ​ອິດ ທີ່​ສະມາຄົມ​ແລກປ່ຽນ​ອາຣັບຈີນ​ເປັນ​ເຈົ້າພາບ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ​ໃນ​ວັນ​ທີ 9 ກໍລະ​ກົດ​ນີ້ ​ໂດຍ​ທ່ານ​ອີ​ມັດ ມຸສຕາຟາ ​ເອກ​ອັກຄະ​ລັດຖະທູດ​ຊີຣີປະຈຳ​ຈີນ ​ແລະ ທ່ານ​ສິນ​ຢົງ ​ເລຂາທິການ​ສະມາຄົມ​ແລກປ່ຽນ​ອາຣັບຈີນ​ເຂົ້າຮ່ວມ.

ທ່ານ​ມຸສຕາຟາ ກ່າວວ່າ: ປັດຈຸບັນ​ໄດ້​ເລີ່​ມຕົ້ນຂະ​ບວນການ​ສ້າງສາ​ປະ​ເທດ​ຕົນ​ຄືນ​ໃໝ່​ເປັນ​ກ້າວໆ​ແລ້ວ ​ໂດຍ​ເລັ່ງໃສ່ຂົງ​ເຂດ​ສຳຄັນຕ່າງໆ ​ເປັນຕົ້ນ ພະລັງງານ, ການ​ສະໜອງ​ນ້ຳ​ປະປາ ​ແລະ ອຸດສາຫະກຳ​ການ​ຜະລິດ. ຂະນະ​ທີ່​ມາດ​ຕະການ​ຕ່າງໆທີ່​ຈີນປະຕິບັດ​ໃນ​ປັດຈຸບັນ ​ເຊັ່ນ ການ​ປະຕິ​ຮູບ​​ໂຄງ​ປະກອບ​ການ​ສະໜອງ ​ແລະ ການຫຼຸດຄວາມ​ສາມາດ​ການ​ຜະລິດທີ່​​ເກີນ​ຄວາມ​ຈຳ​ເປັນນັ້ນ ສາມາດ​ເຊື່ອມ​ຕໍ່​ກັບ​ຂະ​ບວນການ​ສ້າງສາ​ຊີຣີຄືນ​ໃໝ່. ພ້ອມ​ກັນນັ້ນ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກໍ​ແມ່ນ​ໂອກາດ​ດີ​ສຳລັບ​ຈີນ​ແລະ​ຊີຣີ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.

ຜູ້​ແທນ​ຮ້ອຍ​ກວ່າ​ທ່ານຈາກ​ວິ​ສາ​ຫະກິດ, ວັດທະນະທຳ ​ແລະ ສື່​ມວນ​ຊົນ​ຈີນ​ແລະ​ຊີຣີ ​ໄດ້​ເຂົ້າຮ່ວມ​ການ​ພົບ​ປະຫາລື​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ