ໄທ​ສະຫຼອງວັນ​ອາສາ​ຫະບູຊາ ​ແລະ ວັນ​ເຂົ້າພັນ​ສາ
2017-07-10 16:18:02  cri 

​ໄລຍະ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 11 ​ກໍລະກົດ​ນີ້ແມ່ນ​ວັນ​ອາສາ​ຫະບູຊາ ​ແລະ ວັນ​ເຂົ້າພັນ​ສາ​ຂອງ​ໄທ ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ວັນ​ບຸນ​ຕ່າງໆ​ທີ່​ສຳຄັນ​ທີ່​ສຸດ​​ໃນສາສະໜາ​ພຸດ ​ແລະ​ໂອກາດ​ນີ້ ທົ່ວ​ປະ​ເທດ​ໄທ​ກໍ​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສະຫຼອງວັນ​ບຸນ​ດັ່ງກ່າວ.

ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ ​ແລະ ​ແຂວງ​ສຸຣິນ ​ໄດ້​ຈັດ​ກິດຈະກຳ​ສູດ​ມົນ​ຢູ່ຫຼັງຊ້າງ ​ແລະ ​ແຫ່​ທຽນ​ໃນ​ວັນ​ທີ 8 ກໍລະກົດ​ນີ້ ​ໂດຍ​ໃນ​ກິດຈະກຳ​ດັ່ງກ່າວ, ພະ​ສົງຈາກ​ວັດ​ທີ່​ມີ​ຊື່​ສຽງ​ແຫ່ງ​ຕ່າງໆ​ໃນ​ແຂວງ​ສຸຣິນ ໄດ້​ເຂົ້າຮ່ວມ​ການ​ແຫ່​ທຽນ ​ແລະ ​ໃນ​ວັນ​ດັ່ງກ່າວ, ວັດ​ທຳ​ມະ​ກາຍທີ່​ມີ​ຊື່​ສຽງ​​ໂດ່ງດັງທີ່ຢູ່​ໃກ້​ນະຄອນຫຼວງບາງກອກ ກໍ​ໄດ້​ສະ​ແດງທຳ​ມະ​ເທດ​ສະໜາ​​ວັນ​ອາສາ​ຫະບູຊາ, ຂະນະ​ທີ່​ພຸດທະສາສະນິກະຊົນກໍ​ໄປ​ໃສ່​ບາດ ​ແລະ ສູດ​ມົນ​​ຂໍ​ພອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ