ໄທ​ກຽມ​ຈັດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​​ໂປ​ອາວ​
2017-07-10 15:50:05  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ຢູ່​ບາງກອກ​ປະ​ເທດ​ໄທ, ໂດຍ​ເນັ້ນ "ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ: ການ​ທ້າ​ທາຍ​ໃໝ່​ແລະ​ແນວ​ຄິດ​ໃໝ່", ເຊິ່ງຕົ້ນ​ຕໍ​ຈະ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ, ໃນ​ອະ​ນາ​ຄົດແລະ​ເປີດກວ້າງ​ຄວາມ​ຄິດ​ໃຫ້​ແກ່​ການ​​ການ​ຮ່ວມ​ມື​ຂອງ​ອາ​ຊີ​ໃຫ້​ດີກວ່າ​ເກົ່າ.

​ເຈົ້າ​ພາບ​ກ່າວ​ວ່າ, ປີ 2017 ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ສຳ​ລັບ​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ, ເຊິ່ງນອກ​ຈາກ​ຈະ​ຜະ​ເຊີນ​ກັບ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ຄວາມ​ສ່ຽງ​ດ້ານ​ການ​ເງິນ​ຈາກ​ພາຍນອກ​ແລ້ວ, ຍັງ​ຕ້ອງ​ແກ້​ໄຂ​ບັນ​ຫາ​ການ​ປະ​ຕິ​ຮູບ, ​ການ​ຍົກ​ລະ​ດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​ການ​ຍົກ​ລະ​ດັບ​ຂະ​ແໜງ​ການ​ແລະ​ບັນ​ຫາ​ອື່ນໆ​ທີ່​ຫຍຸ້ງ​ຍາກ. ​ຈາກສະ​ຖາ​ນະ​ການ "​​ໄປ​ຕາມ​ທາງຝ່າ​ຝືນໂລ​ກາ​ພິ​ວັດ", ເຮັດ​ໃຫ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ຍິ່ງສຳ​ຄັນ​ກວ່າ​ເກົ່າ.

ຂ່າວ​ແຈ້​ງວ່າ, ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ມີ​ຜູ້​ຕາງ​ໜ້າ​ປະ​ມານ 300 ຄົນ​ເຂົ້າ​ຮ່ວມ, ​ແລະ​ຈະ​ມີ 3 ​ເວ​ທີ​ປຶກ​ສາ​ຫາ​ລືຍ່ອຍ​ໂດຍ​ເນັ້ນ​ "ອະ​ນາ​ຄົດ​ແຫ່ງ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ" "ການ​ຮ່ວມ​ມື​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ຄວາມ​ສາ​ມາດ​ການ​ຜະ​ລິດ"ແລະ "ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ແລະ​ການ​ເງິນ​ຂອງ​ອາ​ຊຽນ​ກັບ​ຈີນ". ໃນ​ໄລ​ຍະກອງ​ປະ​ຊຸມ​, ເຈົ້າ​ໜ້າ​ທີ່​ຈາກ​ວົງ​ການ​ຕ່າງໆ​ຈະ​ປຶກ​ສາ​ຫາ​ລື​ຈຸດ​ສຸມ​​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ