ປາ​ກິ​ສະ​ຖານ​ເຊີນ​ເຈົ້າ​ໜ້າ​ທີ່​ການ​ທູດ​ອິນ​ເດຍ​ເຂົ້າ​ພົບຫຼັງ​ເກີດ​ເຫດ​​ຍິງ​ປະ​ທະ​ກັນ
2017-07-10 10:51:27  cri 
ວັນ​ທີ 9 ກໍ​ລະ​ກົດ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານ​ໄດ້​​ເຊີນ​ຮອງ​ຜູ້​ແທນ​ລະ​ດັບ​ສູງ​ອິນ​ເດຍ​ປະ​ຈຳ​ປະ​ເທດ​ຕົນ​ເຂົ້າ​ພົບ ເພື່ອ​ປະ​ທ້ວງ​ຕໍ່​ອິນ​ເດຍ​ຫຼັງ​ເກີດເຫດ​ການ​ຍິງ​ປະ​ທະ​ກັນ​ລະ​ຫວ່າງທະ​ຫານ​ສອງ​ປະ​ເທດ​ໃນ​ມື້​ຜ່ານ​ມາ ແລະ​ຮຽ​ກ​ຮ້ອງ​ໃຫ້​ອິນ​ເດຍ​​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຢຸດ​ຍິງ​ທີ່​ສອງ​ຝ່າຍ​ລົງ​ນາມ​ເມື່ອ​ປີ 2003.

ຖະ​ແຫຼງ​ການ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານ​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​​ລະ​ບຸ​ວ່າ, ທະ​ຫານ​ອິນ​ເດຍ​ທີ່​ຢູ່​ໃກ້​ເຂດຄວບ​ຄຸມ​ກັ​ສ​ເມຍ​ໄດ້​ຍິງ​ປືນ​​ເຂົ້າ​ເບື້ອງປາ​ກິ​ສະ​ຖານ "ໂດຍ​ບໍ່​ມີ​ເຫດ​ຜົນ" ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນປາ​ກິ​ສະ​ຖານ​ເສຍ​ຊີ​ວິດ 2 ຄົນແລະ​ບາດ​ເຈັບ 3 ຄົນ. ​ຈາກ​ນີ້ ປາ​ກິ​ສະ​ຖານ​ຈິ່ງ​ຮຽກ​ຮ້ອງ​ໃຫ້​ອິນ​ເດຍ​ສືບ​ສວນເຫດ​ການ​​ດັ່ງ​ກ່າວ ແລະ​ເຫດ​ການ​ອື່ນໆ​ທີ່​ລະ​ເມີດ​ສັນ​ຍາ​ຢຸດ​ຍິງ, ຂະ​ນະ​ດຽວ​ກັນ ກໍ​ຮຽກ​ຮ້ອງ​ໃຫ້​ໜ່ວຍ​ສັງ​ເກດ​ການ​ທາງ​ການ​ທະ​ຫານ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ອິນ​ເດຍ​ແລະ​ປາ​ກິ​ສະ​ຖານ​ຈົ່ງ​ດຳ​ເນີນ​ການໄກ່​ເກ່ຍ​ໃຫ້​ລຸ​ລ່ວງ​ໂດຍ​ດີ.

ກ່ອນ​ໜ້າ​ນີ້​ມື້​ໜຶ່ງ, ເຈົ້າ​ໜ້າ​ທີ່​ກົມ​ຖະ​ແຫຼງ​ຂ່າວ​ 3 ເຫຼົ່າ​ທັບ​ຂອງ​ປາ​ກິ​ສະ​ຖານ​​ໄດ້ອອກ​ຖະ​ແຫຼງ​ການ​ວ່າ, ທະ​ຫານ​ອິນ​ເດຍ​ໄດ້​ຍິງ​ປືນ​ໃສ່​​ເບື້ອງ​ປາ​ກິ​ສະ​ຖານ​ຢູ່​ໃກ້​ເສັ້ນ​ຄວບ​ຄຸມ​ກັ​ສ​ເມຍ "ໂດຍ​ບໍ່​ມີ​ເຫດ​ຜົນ" ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ປາ​ກິ​ສ​ະ​ຖານ​ເສຍ​ຊີ​ວິດ 2 ຄົນ ແລະ​ບາດ​ເຈັບ 3 ຄົນ ແລະ​ໃນ​ມື້​ດຽວ​ກັນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານ​​ກໍ​ໄດ້​ເຊີນຮອງ​ຜູ້​ແທນ​ລະ​ດັບ​ສູງ​ອິນ​ເດຍ​ປະ​ຈຳ​ປາ​ກິ​ສະ​ຖານ​​ເຂົ້າ​ພົບ ເພື່ອ​ປະ​ທ້ວງ​ໃນ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ