6 ເດືອນ​ຕົ້ນ​ປີ​ນີ້ ການ​ຂົນ​ສົ່ງຮ່ວມ​ສາ​ກົນ​ທາງ​ລົດ​ໄຟ​ຈີນ-ຫວຽດ​ບັນ​ລຸ​ການນຳ​ເຂົ້າຫຼາຍກວ່າ​ສົ່ງ​ອອກ​ເປັນ​ເທື່ອ​ທຳ​ອິດ
2017-07-11 11:39:42  cri 
ເຈົ້າ​ໜ້າ​ທີ່ພະ​ແນກ​ທາງ​ລົດ​ໄຟ​ຄຸນ​ມິງ​ແຂວງ​ຢຸນ​ນາ​ນ ສ​ປ ຈີນ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ: 6 ເດືອນ​ຕົ້ນ​ປີ​ນີ້​, ການ​ຂົ​ນ​ສົ່ງ​​ຮ່ວມ​ສາ​ກົນ​ທາງ​ລົດ​ໄຟ​ຈີນ-ຫວຽດ​ນາມ​ຂອງ​ພະ​ແນກ​ຕົນ​​ສາ​ມາດຂົນ​ສົ່ງ​ສິນ​ຄ້າ​ໄດ້ 3 ແສນ 5 ໝື່ນ 300 ໂຕນ ເພີ່ມ​ຂຶ້ນ​ເຖິງ 71,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ​ແລະ​ກໍ​ຖື​ວ່າເປັນ​ເທື່ອ​ທຳ​ອິດ​ທີ່​ການ​ນຳ​ເຂົ້າຫຼາຍກວ່າ​ການ​ສົ່ງ​ອອກ.

​ທ່ານ​ຫວງ​ໂກ​ຢຸງ ຫົວ​ໜ້າ​​ຄະ​ນະຮ່ວມ​ມື​ຕ່າງ​ປະ​ເທດ​ຂອງ​ພະ​ແນກ​ທາງ​ລົດ​ໄຟ​ຄຸນ​ມິງ​ໃຫ້​ຮູ້​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ພະ​ແນກ​ຕົນ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຂະ​ແໜງ​ການ​ທາງ​ລົດ​ໄຟ​ຫວຽດ​ນາມ​ໂດຍ​ນຳ​ໃຊ້​ທາງ​ລົດ​ໄຟຄຸ​ນ​ຢູ​ເຫີ(​ລົດ​ໄຟ​ລາງ​ມາດ​ຕະ​ຖານ​ສາ​ກົນ) ​ແລະ​ທາງ​ລົດ​ໄຟ​ຄຸນ​ເຫີຂະ​ໜາດລາງ​ຫ່າງ​ກັນ1ແມັດເຊິ່ງ​ເປັນ​ທາງ​ລົດ​ໄຟ​ສາ​ກົນ​ຈີນ-ຫວຽດ​ນາມ​ທີ່​ເປີດ​ໃໝ່​ນັ້ນ​ໄດ້​ຢ່າງ​ເຕັມ​ທີ່ແລະ​ໃຊ້​ວິ​ທີ​ການ​ຂົນ​ສົ່ງ​ຮ່ວມຫຼາຍ​ປະ​ເພດ​. ຈາກ​ນີ້​ຈິ່ງເຮັດ​ໃຫ້​ການ​ຂົນ​ສົ່ງ​ຮ່ວມສາ​ກົນ​ຈີນ-ຫວຽດ​ນາມ​​ຄຶກ​ຄັກຫຼາຍ​ຂຶ້ນ.

ປີ 2016 ຜ່ານ​ມາ, ການ​ຂົນ​ສົ່ງ​ຮ່ວມສາ​ກົນ​ຈີນ-ຫວຽດ​ນາມ​ຂອງ​ພະ​ແນກ​ທາງ​ລົດ​ໄຟ​ຄຸນ​ມິງຂົນ​ສົ່ງ​ສິ​ນ​ຄ້າ​​ໄດ້​​ເຖິງ 3 ແສນ 8 ໝື່ນ 6000 ໂຕນທຽບ​ໃສ່​ ​ປີ 2012 ​ທີ່​ຂົນ​ສົ່ງ​ໄດ້​ພຽງ 4906 ໂຕນ​ນັ້ນ ​ຖື​ວ່າ​ເພີ່ມ​ຂຶ້ນ​ເຖິງ 78 ເທົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ