ນາ​ຍົກ​ໄທ​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ໃນ​ໄລ​ຍະບຸນ​ເຂົ້າ​ພັນ​ສາ
2017-07-11 15:50:49  cri 
ຕາມ​ຂ່າວCRI: ໜັງ​ສື​ພິມ today thailand ສະ​ບັບ​ວັນ​ທີ 9 ລາຍ​ງານ​ວ່າ, ຜົນ​ການ​​ສຳ​ຫຼວດ​ຄຳ​ເຫັນ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​​ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ກາຍເປັນ​ນັກ​ການ​ເມືອງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ໃນ​ວັນ​​ບຸນພັນ​ສາ​ປີ​ນີ້.

​ຜູ້​ທີ່​ໄດ້​ຮັບ​ການ​ສຳ​ຫຼວດ 1193 ຄົນ, ມີ 49% ຫວັງ​ໃຫ້​ທ່ານ​ປະ​ຍຸດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໃນ​ບຸນ​ເຂົ້າ​ພັນ​ສາ, ຂະ​ນະ​ທີ່​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ​ໄດ້ 28% ແລະ​ທ່ານ​ອະ​ພິ​ສິດ ຫົວ​ໜ້າ​ພັກ​ປະ​ຊາ​ທິ​ປັດ​ໄດ້ 8%.

ສ່ວນ 54% ເຫັນ​ວ່າ, ງົດ​ເຫຼົ້າ​ເຂົ້າ​ພັນ​ສາ​ເປັນ​ຜົນ​ດີ​ຕໍ່​ເຂົາ​ເຈົ້າ​ໂດຍ​ສາ​ມາດ​ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ດີ​ໃນ​ການ​ອອກ​ເຫຼົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ