ທ່ານສຽນເຄີ້ໝິງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວໃນພິທີຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນຈັດຂຶ້ນໃນວັນທີ 10 ກໍລະກົດນີ້ວ່າ, ຕໍ່ໜ້າ, ຈີນຈະເພີ່ມທະວີການນຳເຂົ້າສິນຄ້າຈາກອາຊຽນຕື່ມອີກ ແລະສືບຕໍ່ລົງເລິກການຮ່ວມມືກັບອາຊຽນໃນຂົງເຂດດ່ານພາສີ, ການກວດກາຄຸນນະພາບສິນຄ້າແລະອື່ນໆ ທັງຫຼຸດຂັ້ນຕອນການແຈ້ງຜ່ານດ່ານໃຫ້ໜ້ອຍລົງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນທີ່ເປັນທ່າແຮງຂອງບັນດາປະເທດໃນອາຊຽນສົ່ງມາຈີນ.
ທ່ານສຽນເຄີ້ໝິງກ່າວຕື່ມວ່າ, ຈີນແລະອາຊຽນຈະສືບຕໍ່ຮ່ວມກັນສ້າງເຂດການຮ່ວມມືເສດຖະກິດການຄ້າແລະເຂດການຮ່ວມມືເສດຖະກິດຂ້າມຊາຍແດນ. ຂະນະດຽວກັນ, ສອງຝ່າຍຍັງຈະຊຸກຍູ້ກົນໄກການຮ່ວມມືເສດຖະກິດການຄ້າທີ່ຕິດແທດຕົວຈິງແລະມີປະສິດທິພາບສູງລະຫວ່າງເຂດແຂວງຕ່າງໆຂອງສອງຝ່າຍ ໃນຂອບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ເພື່ອສ້າງເວທີການຮ່ວມມືໃຫ້ແກ່ວິສາຫະກິດຂະໜາດກາງແລະນ້ອຍ ແລະສ້າງຄວາມຍິ່ງໃຫຍ່ໃຫ້ແກ່ຕະຫຼາດທຸລະກິດເອເລັກໂຕຣນິກໃນຈີນແລະອາຊຽນ.
ASEAN Tesco ຖານທຸລະກິດເອເລັກໂຕຣນິກຂ້າມຊາຍແດນຈີນ-ອາຊຽນ ໄດ້ເປີດບໍລິການໃນເດືອນທັນວາປີຜ່ານມາ ແລະມາຮອດປັດຈຸບັນ ການຊື້ຂາຍຜ່ານຖານດັ່ງກ່າວມີເຖິງ 7 ແສນ 5 ໝື່ນລາຍແລ້ວ.