ທາງ​ລົດ​ໄຟ​ຄວາມ​ໄວ​ສູງຮາ​ປິນ-ຕ້າຫຼຽນ​ຜ່ານ​ເຂດ​ໜາວທີ່​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ທີ່​ສຸດ​ເສັ້ນ​ທຳ​ອິດ​ໃນ​ໂລກ
2017-07-11 16:14:38  cri 

ທາງ​ລົດ​ໄຟ​​ຄວາມ​ໄວ​ສູງຮາ​ປິນ-ຕ້າຫຼຽນ​ທີ່​ເລີ່ມ​ເປີດ​ນຳ​ໃຊ້​​ເມື່ອວັນ​ທີ 1 ທັນ​ວາປີ 2012 ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເສັ້ນ​ທຳ​ອິດ​ທີ່​ແລ່ນ​ຜ່ານ​ເຂດ​ໜາວ​ທີ່​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລທີ່​ສຸດ​ໃນ​ໂລກ ແລະ​ຕະຫຼອດ​ໄລ​ຍະ 4 ປີກວ່າ​​ຜ່ານມາ​, ສາ​ມາດ​ແລ່ນ​ບໍ​ລິ​ການ​ໄດ້​ເຖິງ 3 ແສນ 1 ໝື່ນ​ຂະ​ບວນ ແລະ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້ 150 ລ້ານ​ເທື່ອ​ຄົນ ເຊິ່ງ​​ແຕ່​ລະປີ​ຈຳ​ນວນ​ຜູ້​ໂດຍ​ສານ​ຈະ​ເພີ່ມ​ຂຶ້ນ. ການ​ເປີດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ໄລ​ຍະ​​ເວ​ລາການ​ເດີນ​ທາງ​ລະ​ຫວ່າງຕົວ​ເມືອງ​ສຳ​ຄັນ​ຕ່າງໆ​ຢູ່​​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຫຼຸດ​ລົງ ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນ​ທາງ​ຂອງ​ປະ​ຊາ​ຊົນຢູ່​ເຂດ​ນັ້ນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ