ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໃນ​ບັນ​ຫາ​ສະ​ເພາະ​ໄຂ​ຂຶ້ນ​ຢູ່​ບາງກອກ
2017-07-12 10:21:03  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໃນ​ບັນ​ຫາສະ​ເພາະ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ໂດຍ​ມີຜູ້​ແທນ​ຈາກ 13 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ຈີນ, ໄທ,ສິງ​ກະ​ໂປ,ມາ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ,ກຳ​ປູ​ເຈຍ,ມຽນ​ມາ​ແລະ​ອື່ນໆ​ 400 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ກອງປະ​ຊຸມ​ເຫັນ​ວ່າ: ​ຜົນ​ຂອງການ​ພັດ​ທະ​ນາເສດ​ຖະ​ກິດ​ໃນ​ອາ​ຊີ​ມີ​ທັງ​ທາງບວກ​ແລະທາງ​ລົບ​ຈາກ​ໂລ​ກາ​ພິ​ວັດ​. ຂະ​ນະ​ທີ່​ເສດ​ຖະ​ກິ​ດ​ໂລກ​ປາ​ກົດ​ມີ​ສັນ​ຍານ​ຟື້ນ​ຕົວ​ຂຶ້ນ​ນັ້ນ, ມາດ​ຕະ​ການ​ແບບ​ຝືນ​ໂລ​ກາ​ພິ​ວັດ​ແລະ​ຄັດ​ຄ້ານ​ການ​ຄ້າ​ເສ​ລີ​ນັ້ນ​ກໍ​ໄດ້​ສ້າງ​ຄວາມ​ບໍ່​ແນ່ນອນ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ເຊິ່ງອາ​ຊີ​ເປັນ​ເຂດ​ທີ່ໄດ້​ຮັບ​ຜົນ​ກະ​ທົບກ່ອນ​ໝູ່. ຈາກ​ນີ້, ອາ​ຊີ​​ຈິ່ງ​ສຸມຄວາມ​ຮັບ​ຜິດ​ຊອບ​ຊອກ​ທາງ​ອອກ​ໃໝ່​ເພື່ອ​ການ​ພັດ​ທະ​ນາ​ຂອງ​ໂລ​ກາ​ພິ​ວັດ ​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່ກວມ​ລວມ,ທ່ຽງ​ທຳ,ສົມ​ດຸນ,ສີ​ຂຽວ​ແລະ​ຍືນ​ຍົງ​ກວ່າ​ເກົ່າ. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ຮຽກ​ຮ້ອງ​ໃຫ້​ເປີດກວ້າງ​ການ​ຮ່ວມ​ມືໃນຫຼາຍ​ຂົງ​ເຂດ​ຂອງ​ພາກ​ພື້ນ​​ນີ້​ແລະ​ລະ​ຫວ່າງ​ພາກ​ພື້ນຕື່ມ​ອີກເພື່ອ​ສະ​ເໜີຫຼັກ​ການ​ໃໝ່​​​ ​ຊີ້​ນຳ​ການ​ພັດ​ທະ​ນາ​ຂອງ​ໂລ​ກາ​ພິ​ວັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ