ລັດ​ຖະ​ບານ​ຟີ​ລິບ​ປິນ​ຮ່າງ​ແຜນແມ່​ບົດ​ສ້າງ​ແຂວງ​ລາ​ນາວ​ໃຕ້​ຄືນ​ໃໝ່ລວມ​ທັງ​ມາ​ລາ​ວີ
2017-07-12 16:45:04  cri 
ໜັງ​ສື​ພິມ​ໂລກ​ການ​ຄ້າ​ຂອງ​ຟີ​ລິບ​ປິນ​ລາຍ​ງານ​ວ່າ: ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ ມານ​ນີ ປີ​ໂນນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຟີ​ລິບ​ປິນ​ກ່າວ​ວ່າ: ກະ​ຊວງ​ຕົນ​ພວມ​ຮ່າງ​ແຜນ​​ແມ່​ບົດ​ເພື່ອ​ສ້າງ​ແຂວງ​ລາ​ນາວ​ໃຕ້​ຄືນ​ໃໝ່​ລວມ​ທັງ​ມາ​ລາ​ວີ​ອີກ​ດ້ວຍ.

ທ່ານ ມານ​ນີ ປີ​ໂນນ​ກ່າວ​ວ່າ: ແຜນ​ແມ່​ບົດ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ການ​ສະ​ໜອງ​ແນວ​ພັນ​ພືດ,ອຸ​ປະ​ກອນ​ການ​ຜະ​ລິດ​ກະ​ສິ​ກຳ,ລູກ​ປາ​ແລະ​ເຮືອ​ປະ​ມົງ​ເປັນ​ຕົ້ນ ລວມ​ທັງ​ການ​ຍົກ​ລະ​ດັບ​ການ​ເພີ່ມ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ແລະ​ການ​ສະ​ໜັ​ບ​ສະ​ໜູນ​ຄ່າ​ຄອງ​ຊີບ​ໃຫ້​ແກ່​ແມ່​ຍິງ ແຕ່​ແຜນດັ່ງ​ກ່າວ​ຈະ​ໄດ້​ຮັບ​ການ​​ພິ​ຈາ​ລະ​ນາ​ຈາກ​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່ອນ. ທ່ານ​ກ່າວ​ຕື່​ມ​ວ່າ:ອົງ​ການ​​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາ(ຟາວ)ຈະ​ເຂົ້າ​ຮ່ວມ​​ການ​ສ້າງ​ສາ​ເຂດ​ປະ​ທະ​ກັນ​ຢູ່​ຟີ​ລິບ​ປິນ​ຄືນ​ໃໝ່​ຕື່ມ​ອີກ.

ມາ​ຮອດ​ປັ​ດ​ຈຸ​ບັນ,ອົງ​ການ​ອາ​ຫານ​ແຫ່ງ​ຊາດ​ຟີ​ລິບ​ປິນ​ໄດ້​ສະ​ໜອງ​ອາ​ຫານ​ເກືອບ 5 ແສນ​ໂຕນໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ທະ​ກັນ​ໃນ​ເມືອງມາ​ລາ​ວີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ