ລັດ​ຖະ​ບານ​ໄທ​ອະ​ນຸ​ມັດ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນ​ຕອນ​ບາງກອກ-ນະ​ຄອນ​ຣາ​ຊະ​​ສີ​ມາ
2017-07-12 16:16:25  cri 
    ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ກ່າວ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ລັດ​ຖະ​ບານປະ​ເທດ​ຕົນ​ໄດ້​ອະ​ນຸ​ມັດ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນ​ຕອນ​ບາງກອກ-ນະ​ຄອນ​ຣາ​ຊະ​ສີ​ມາ​ແລ້ວ​ໂດຍຄາດ​ວ່າ​ຈະ​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ເດືອນ​ກັນ​ຍາ​ປີນີ້ ແລະ​ໃຊ້​ເວ​ລາກໍ່​ສ້າງ 4 ປີ.

     ທ່ານ ກອບ​ສັກ ພູ​ຕະ​ກຸນ ຮອງ​ລັດ​ຖະ​ມົນ​ຕີ​​ປະ​ຈຳສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ກ່າວຕໍ່​ສື່ມວ​ນ​ຊົນຫຼັງ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ວ່າ, ລັດ​ຖະ​ບານ​ໄດ້​ອະ​ນຸ​ມັດ​ໃຫ້​ກົມ​ທາງ​ລົດ​ໄຟ​ໄທ​ຊຸກ​ຍູ້​​ການກໍ່​ສ້າງ​ແຕ່​ນະ​ຄອນຫຼວງ​ບາງກອກ​ຫາ​ນະ​ຄອນ​ຣາ​ຊະ​ສີ​ມາ​ທີ່​ມີ​ຄວາມ​ຍາວ 253 ກິ​ໂລ​ແມັດ, ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ສຸດ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ​ຄາດ​ວ່າ​ຈະ​ລົງ​ທຶນ​ 179 ຕື້ 400 ລ້ານ​ບາດ ເຊິ່ງ​ລັດ​ຖະ​ບານ​​ຈະ​ຮັບ​ຜິດ​ຊອບໂດຍ​ກົງ 100%. ຂະ​ນະ​ດຽວ​ກັນ, ທ່ານ ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທກໍ​ກ່າວວ​ວ່າ, ຕອນ​ບາງກອກ-ນະ​ຄອນ​ຣາ​ຊະ​​ສີ​ມາ ເປັນ​ໂຄງ​ການ​ໄລ​ຍະ​ທີ​ໜຶ່ງ​ຂອງ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນ ແລະຫຼັງ​ຈາກນີ້, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ກໍ່​ສ້າງ​ໄລ​ຍະ​ທີ​ສອງ.

    ຕາມ​ຂັ້ນ​ຕອນ​ແລ້ວ, ໂຄງ​ການ​ດັ່ງ​ກ່າວ​ຍັງ​ຕ້ອງ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຈາກ​ສະ​ພາ​ນິ​ຕິ​ບັນ​ຍັດ​ໄທ ເຊິ່ງຖ້າ​​ຜ່ານ​ແລ້ວ, ຈີນ​ແລະ​ໄທຈະ​ລົງ​ນາມ​ໃນ​ສັນ​ຍາ​​ຕ່າງໆ ແລະ​ເປີດ​ປະ​ມູນ​ລົງ​ມືກໍ່​ສ້າງ​​ເປັນ​ຕອນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ