ມະຫາວິທະຍາ​ໄລ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ​ສຳ​ເລັດ​ການຄົ້ນຄວ້າຜະລິດ​ເຄື່ອງກວດເຊື້ອ​ໄວຣັດ
2017-07-13 16:11:24  cri 

​ເມື່ອ​ບໍ່​ດົນ​ນີ້, ໜ່ວຍ​ງານ​ຂອງ​ສາ​ສະ​ດາ​ຈານ ປາ​ເວ​ວ ນິວຊິນ ມະຫາວິທະຍາ​ໄລ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ ປະສົບ​ຜົນສຳ​ເລັດ​ໃນ​ການຄົ້ນຄວ້າ​ຜະລິດ​ເຄື່ອງ​ກວດ PCR ​ໂດຍ​ເຄື່ອງ​​ດັ່ງກ່າວ​ສາມາດກວດເຊື້ອ​​ໄວຣັດ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນຕ່າງໆ ​ເຊັ່ນ H7N9 ​ແລະ H5N1, ​ໄຂ້​ຫວັດ​ໃຫຍ່, ພະຍາດ​ຊາສ, ພະຍາດ​ມາ​ເລ​ເຣຍ ​ແລະ ພະຍາດ​ອີ​ໂບລາ ​ໄດ້​ຢ່າງ​​ແນ່ນອນ ​ແລະ ວ່ອງ​ໄວ ​ເຊິ່ງ​ໃນ​ຕໍ່ໜ້າ​ຈະມີ​ຕະຫຼາດຮັບຮອງ​ຢ່າງ​ກວ້າງຂວາງ ​ແລະ ການນຳ​​ໃຊ້ງານຢ່າງມະຫາສານ. ​ຂະນະ​ທີ່ເວັບ​ໄຊວິຊາ​ສະ​ເພາະໝວດ​ແຊນ​ທີ່​ມີ​ຊື່ສຽງ​ໃນ​ສາກົນ Genomeweb ຢືນຢັນ​ວ່າ​ເປັນ​ເຄື່ອງກວດ PCR ທີ່​ນ້ອຍ​ທີ່​ສຸດ​ໃນ​ໂລກ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ​ເຄື່ອງກວດ​ດັ່ງກ່າວ​ໃຫຍ່​ຊ່ຳມື​ຖື​ເທົ່າ​ນັ້ນ ​ແລະ ມີ​ນ້ຳໜັກ​ເທົ່າ​ໄຂ່​ໄກ່ປະມານ 3 ໜ່ວຍ, ​ໃຊ້ກຳລັງໄຟຟ້າ 12 ​ໂວ​ນ. ຂະນະ​ທີ່​ພະນັກງານ​ແພດ​ທົ່ວ​ໄປ​​ບໍ່ຈຳ​ເປັນ​ຕ້ອງ​ອົບຮົມ​ສະ​ເພາະ​ກໍ​ສາມາດ​ນຳໃຊ້​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ