ມຽນມາ​ຈະ​​ເປີດ​ກວ້າງ​ຂອບ​ເຂດ​ທຸລະ​ກິດ​​ຂອງ​ທະນາຄານ​​ຕ່າງປະ​ເທດ
2017-07-13 16:18:14  cri 

ທ່ານ​ເຊັດ​ເອືອງ ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ມຽນມາ​ຢືນຢັນ​ໃນກອງ​ປະຊຸມສະພາ​ປະຊາຊົນ​ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍລະກົດ​ນີ້​ວ່າ: ​ບົນ​ພື້ນຖານ​​ການ​ພັດທະນາ​​ຂະ​ແໜງ​ການ​ທະນາຄານຢູ່​ປະ​ເທດ​ຕົນ ​ແລະ ຂໍ້​ສະ​ເໜີ​ຈາກ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF, ມຽນມາ​ຈະ​ບໍ່ຫຼຸດ​ຜ່ອນຂີດຈຳກັດ​ຕໍ່​ທະນາຄານຕ່າງປະ​ເທດ​ໃນ​​ໄລຍະ​ສັ້ນ, ​ແຕ່​ຈະ​ເປີດ​ກວ້າງ​ຂອບ​ເຂດ​ທຸລະ​ກິດ​ຂອງ​ທະນາຄານ​​ຕ່າງປະ​ເທດ​ເປັນ​ກ້າວໆ.

ທ່ານ​ເຊັດ​ເອື​ອງ ກ່າວ​ຕື່ມ​ວ່າ: ທະນາຄານ​ກາງ​ປະ​ເທດ​ຕົນ ​ໄດ້​ຫຼຸດຜ່ອນຂີດ​ຈຳກັດ​ຕໍ່​ທະນາຄານ​ຕ່າງ​ປະ​ເທດ​ມາ 2 ​ເທື່ອ​ແລ້ວ ​ເຊິ່ງ​ເທື່ອ​ທຳ​ອິດ ຄື ອະນຸຍາດ​ໃຫ້​ທະນາຄານ​ຕ່າງປະ​ເທດ​ສ້າງຕັ້ງສາຂາ​ຢູ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເທື່ອ​ທີ 2 ອະນຸຍາດ​ໃຫ້ທະນາຄາ​ນຕ່າງປະ​ເທດ​ຮ່ວມ​ມື​ກັບ​ທະນາຄານ​ປະ​ເທດ​ຕົນ​​ບໍລິການ​​ວິ​ສາ​ຫະກິດ​ປະ​ເທດ​ຕົນ. ​ແນວ​ໃດ​ກໍ​ດີ ຄາດ​ວ່າ​ຈະ​ອະນຸຍາດ​ອີກ​ເປັນເທື່ອ​ທີ 3 ​ຄື ​ໃຫ້​ທະນາຄານ​​ຕ່າງປະ​ເທດ​​ບໍລິການ​​ວິ​ສາ​ຫະກິດ​ປະ​ເທດ​ຕົນ​ໂດຍ​ກົງ​ໃນ​ມໍ່ໆ​ນີ້. ຂະນະ​ທີ່​ໃນ​ຂັ້ນຕອນ​ຕໍ່​ໄປ ກໍ​ຈະ​ວາງ​ແຜນ​ໂດຍອະນຸຍາດ​ໃຫ້​ທະນາຄານຕ່າງປະ​ເທດ​ຂາຍຍ່ອຍທຸລະ​ກິດ​ການທະນາຄານ, ​ແຕ່​​ກໍ​ຕ້ອງ​ໄດ້ພິຈາລະນາ​​ເຖິງຄວາມ​ໝັ້ນຄົງຂອງ​ທະນາຄານ ​ແລະ ຄວາມ​ສາມາດຄຸ້ມ​ຄອງ​ຂອງ​ທະນາຄານ​ກາງປະ​ເທດ​ຕົນ​ເປັນ​ບຸລິມະສິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ