ອະ​ດີດທີ່ປຶກສາດ້ານ​ເສດຖະກິດ​ຂອງທຳນຽບຂາວອາ​ເມ​ລິ​ກາຫຼາຍທ່ານ​ເຕືອນ​ບໍ່​ຄວນ​ຂຶ້ນ​ພາສີ​​ນຳ​ເຂົ້າເຫຼັກກ້າຕື່ມ
2017-07-13 16:38:14  cri 

ນັກ​ເສດຖະສາດ 15 ທ່ານ ອະດີດທີ່​ປຶກສາ​ດ້ານ​ເສດຖະກິດ​ຂອງ​ທຳນຽບຂາວ​ອາ​ເມ​ລິ​ກາ​ ​ໄດ້​ຮ່ວມ​ກັນລົງ​ນາມ​ໃນຈົດໝາຍສົ່ງ​ເຖິງ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ປະ​ເທດ​ຕົນ​ໃນ​ວັນ​ທີ 12 ກໍລະກົດ​ນີ້ ​ໂດຍ​ເນື້ອ​ໃນ​ຈົດໝາຍ​​ເນັ້ນການ​ເຕືອນ​ທ່ານ​ບໍ່​ຄວນຖື​​ເອົາຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ເປັນ​ຂໍ້​ອ້າງ ​ແລະຂຶ້ນ​ພາສີ​ນຳ​ເຂົ້າຜະລິດ​ຕະພັນ​ເຫຼັກກ້າຕື່ມ.

ບັນດາ​ນັກ​ເສດຖະສາດ​ຊີ້​ວ່າ: ປະ​ເທດ​ຕົນ​ໄດ້​ເກັບ​ພາສີ​ຕ້ານ​ການ​ຂາຍ​ເທ​ຕະຫຼາດ ​ແລະ ຕ້ານ​ການອຸດ​ໜູນ​​ລາຄາ​ເຖິງ 150 ກວ່າລາຍການຕໍ່ການ​ນຳ​ເຂົ້າ​ເຫຼັກກ້າ ​ເຊິ່ງບາງ​ອັດຕາພາສີ​ສູງ​ເຖິງ 266%. ​ແນວ​ໃດ​ກໍ​ດີ, ການ​​ຍົກອັດຕາພາສີ​ຈະ​ເປັນ​ການ​ທຳລາຍ​ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ພັນທະ​ມິດ​ຂອງ​ຕົນ. ນອກ​ນີ້, ການ​ເກັບ​ພາສີ​​ນຳ​ເຂົ້າ​ເຫຼັກກ້າ​ຕື່ມກໍ​ຈະ​ເຮັດ​ໃຫ້ຕົ້ນທຶນ​ຂອງບໍລິສັດ​​ໃນຂະ​ແໜງ​ການ​ຜະລິດ​ຂອງ​ປະ​ເທດ​ຕົນ​​ເພີ່ມຂຶ້ນ ​ເຮັດ​ໃຫ້ການ​ປະກອບ​ອາຊີບ​ໃນ​ຂະ​ແໜງ​ການ​ຜະລິດຫຼຸດລົງ ​ແລະ ລາຄາ​ແພງ​ຂຶ້ນ ​ເຊິ່ງທີ່​ສຸດ​ແລ້ວ​ກໍ​ຈະສົ່ງຜົນ​ທາງລົບຕໍ່​ເສດຖະກິດ​ປະ​ເທດ​ຕົນ. ດ້ວຍ​ເຫດ​ນີ້, ທ່ານ​ໂດ​ນັນ ທຣຳ ບໍ່​ຄວນ​ນຳ​ໃຊ້​ນະ​ໂຍບາຍ​ທີ່​ຖື​ເອົາຕົ້ນທຶນ​​ເສດຖະກິດ​ແລະ​ການ​ຕ່າງປະ​ເທດ​ເປັນຫຼັກ​ເພື່ອ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ເຊິ່ງມັນ​ເກີດ​ຄວາມ​ເສຍ​ຫາຍຫຼາຍກວ່າ​ຜົນ​ໄດ້​ຮັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ