ຟິ​ລິບ​ປິນ​ພິ​ຈາ​ລະ​ນາ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຊີ້ນ​ຈາກ​ເບ​ຣ​ຊິນ
2017-07-13 14:03:51  cri 
    ສຳ​ນັກ​ຂ່າວ ABS-CBN ຂອງ​ຟິ​ລິບ​ປິນ​ລາຍ​ງານ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ຫວ່າງມໍ່ໆ​ນີ້, ກະ​ຊວງ​ກະ​ສິ​ກຳ​ປະ​ເທດ​ຕົນ ໄດ້​ກວດ​ພົບເຊື້ອ​ພະ​ຍາດ Salmonella typhimurium ຈາກ​ຊີ້ນ​ງົວ​ເກືອບ 500 ກິ​ໂລ​ທີ່​ນຳ​ເຂົ້າ​ຈາກ​ເບ​ຣ​ຊິນ ທັງ​ໄດ້​ຍຶດ​ຊີ້ນ​ດັ່ງ​ກ່າວນີ້. ປັດ​ຈຸ​ບັນ, ກະ​ຊວງ​ດັ່ງ​ກ່າວ​ພວ​ມ​ພິ​ຈາ​ລະ​ນາຈະ​ໃຊ້​ມາດ​ຕະ​ການ​ເພື່ອ​ ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຊີ້ນ​ຈາກ​ເບ​ຣ​ຊິນ​ 100% ຫຼື​ສ່ວນໃດ​ໜຶ່ງ.

    ທັງ​ນີ້ ໃນ​ປີ 2016 ຜ່ານ​ມາ, ຟິ​ລິບ​ປິນ​ໄດ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຊີ້ນ​ຈາກ​ເບ​ຣ​ຊິນ 5 ໝື່ນ 5 ພັນ 600 ໂຕນ ກວມ​ປະ​ມານ 6% ຂອງ​ຍອດ​ການ​ນຳ​ເຂົ້າ​ລວມໃນ​​ປີ, ໃນ​ນັ້ນ, ຊີ້ນ​ງົວ 1 ໝື່ນ 8 ພັນ 500 ໂຕນ, ຊີ້ນ​ໄກ່​ທີ່​ບໍ່​ຕິດ​ກະ​ດູກ 3 ໝື່ນ 600 ໂຕນ; ສ່ວນ​ໃນ 5 ເດືອນ​ທຳ​ອິດ​ຂອງ​ປີນີ້, ໄດ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຊີ້ນ 2 ໝື່ນ 700 ໂຕນ, ໃນ​ນັ້ນ, ຊີ້ນ​ງົວ 6600 ໂຕນ ແລະ​ຊີ້ນ​ໄກ່ 13000 ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ