ຟິ​ລິບ​ປິນຊີ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ບັນ​ຫາທະ​ເລ​ຈີນ​ໃຕ້​ຕ້ອງ​ຢູ່​ບົນ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ
2017-07-13 14:06:37  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບການ​ເປີດ​ເຜີຍ​ຜົນ​ການ​ຕັດ​ສິນ​ຄະ​ດີ​ທະ​ເລ​ຈີນ​ໃຕ້​ຂອ​ງ​ສານ​ອະ​ນຸ​ຍາ​ໂຕ​ຕະ​ລາ​ການ​ຄົບ​ຮອບ 1 ປີ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້​ວ່າ, ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ ​ດູ​ເຕີ​ເຕ​ເຫັນ​ວ່າ ການແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ບັນ​ຫາ​ທະ​ເລ​ຈີນ​ໃຕ້​​ຕ້ອງ​ຢູ່ບົນ​ນ້ຳ​ໃຈ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຕໍ່​ກັນ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ​ຖື​​ເອົາການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ເປັນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ, ການ​ທີ່​ສຳ​ເລັດ​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ​​ໃນທະ​ເລ​ຈີນ​ໃຕ້" ນັ້ນ​​ໄດ້ເຮັດ​ໃຫ້​ຟິ​ລິບ​ປິນ​ມີ​ກຳ​ລັງ​ໃຈຫຼາຍ​ຂຶ້ນ ເຊິ່ງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ບັນ​ດາ​ຝ່າຍ​ກ້າວ​ໄປ​ສູ່​ການ​ເຮັດ​ໃຫ້​ຂໍ້​ຕົກ​ລົງ​ກົດ​ແຫ່ງ​ການ​ປະ​ພຶດ​ເປັນ​ຈິງ

    ທ່ານ ອາ​ລານ ປີ​ເຕີ ຄາ​ເຢ​ທາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ກ່າ​ວ​ຢ້ຳ​ໃນ​ຖະ​ແຫຼງ​ການ​ວ່າ, ໃນ​ຂະ​ນະ​ທີ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ຂອງ​ປະ​ເທດ​ຕົນ ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ສະ​ຫງົບ​ຖາ​ວອນ​ຂອງ​ພາກ​ພື້ນນັ້ນ, ປະ​ເທດ​ຕົນ​ຈະ​ບໍ່​ເປັນ​ປໍ​ລະ​ປັກ​ກັບ​​ບຸກຄົນ​ໃດໆ ​ແຕ່​ຈະ​ເປັນ​ມິດ​ກັບ​ຝ່າຍ​ຕ່າງໆ​ຕ່າງ​ຫາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ