ສະ​ບາຍ​ແລ້ວ​ພຽງ​ແຕ່​ຂີ່ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ມີ​ລະ​ຫັດ​ໂຕ G ແລະ D ​ກໍ​ມີ​ອາ​ຫານ​ກິນ​ໂດຍ​ສັ່ງ​ຈອງ​ຜ່ານ​ມື​ຖື​ເລີ່ມແຕ່​ວັນ​ທີ 17 ເດືອນນີ້​ເປັນ​ຕົ້ນ​ໄປ
2017-07-13 16:13:54  cri 
​    ເຈົ້າ​ໜ້າ​ທີ່​ບໍ​ລິ​ສັດ​ໃຫຍ່​ທາງ​ລົດ​ໄຟ​ຈີນ​ໃຫ້​ຮູ້​ວ່າ, ນັບ​ແຕ່​ວັນ​ທີ 17 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ, ຜູ້​ໂດຍ​ສານ​ທີ່​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງທີ່​​ມີ​ລະ​ຫັດ​ໂຕ G ແລະ D ນັ້ນ ​ກໍສາ​ມາດຈອງ​ອາ​ຫານ​ດ້ວຍ​ການ​ບໍ​ລິ​ການ​ຈາກ​ລົດ​ໄຟ​ທີ່​ຕົນ​ຂີ່ ຫຼື ສະ​ຖາ​ນີ​ບໍ​ລິ​ການ​ອາ​ຫານ​ແຄມ​ທາງ​ລົດ​ໄຟ​ໄດ້​​ຢ່າງ​ສະ​ບາຍ ​ທາງ​ເວັບ​ໄຊ 12306, APP ໃນໂທ​ລະ​ສັບ​ມື​ຖື ແລະ​ຮູບ​ການອື່ນໆ.

    ສະ​ຖາ​ນີ​ບໍ​ລິ​ການ​ອາ​ຫານ​ແຄມ​ທາງ​ລົດ​ໄຟ​ທີ່​ທົດ​ລອງ​ເທື່ອນີ້ ມີ 27 ແຫ່ງ, ເຊິ່ງ​ຕົ້ນ​ຕໍ​ຕັ້ງ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​​ໃນ​ນະ​ຄອນ​ຊຽງ​ໄຮ, ທຽນ​ສິນ, ເມືອງກວາງ​ໂຈ່ວ, ນານ​ກິ່ງ, ຮາງ​ໂຈ່ວ, ຊີ່​ອ່ານ ແລະ​ອື່ນໆ. ຫຼັງ​ຜູ້​ໂດຍ​ສານ​ຈອງ​ອາ​ຫານແລ້ວ, ເຈົ້າ​ໜ້າ​ທີ່​ສະ​ຖາ​ນີ​ລົດ​ໄຟ​ຈະ​ສົ່ງ​ອາ​ຫານ​ເຖິງ​ມືຜູ້​ໂດຍ​ສານ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ