ທະນາຄານ​ໂລກ​ສະໜັບສະໜູນ​​ໂຄງການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແລະ​ຄວາມ​ສ່ຽງ​​ໄພ​ທຳ​ມະ​ຊາດຢູ່ ສປປ ລາວ
2017-07-14 16:22:57  cri 

ໜັງສືພິມ​ ວຽງ​ຈັນທາ​ມສ໌ ຂອງ​ລາວສະບັບ​ວັນ​ທີ 13 ກໍລະກົດ​ນີ້​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ອຳນວຍ​ການ​ບໍລິຫານ​ງານ​​ທະນາຄານ​ໂລກຢູ່​ນະຄອນຫຼວງວໍ​ຊິງ​ຕັນ ​ໄດ້​ອະນຸມັດ​ທຶນ​ສະໜັບສະໜູນ 30 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​​ໂຄງກາ​ນຄຸ້ມ​ຄອງ​ຄວາມ​ສ່ຽງ​​ໄພທຳມະ​ຊາດອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (DRM) ພາກສ່ວນ​ລາວ ​ແລະ ​ເພີ່ມ​ທຶນອີກ 25 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ໂຄ​ງການ​ລວມຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແມ່​ນ້ຳຂອງ ຫຼື MIWRM.

ຂ່າວ​ລາຍ​ງານ​ຕື່ມວ່າ: ​ໂຄງການ DRM ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ລາວ ​ໂດຍຜ່ານ​ຈາກ​ຂ່າວ​ເຕືອນ​ໄພ, ກົນ​ໄກລະດົມ​ທຶນ​ເພື່ອ​ຟື້ນ​ຕົວ​ຈາກ​ໄພ ​ແລະມາດ​ຕະການອື່ນໆ; ຂະນະ​ທີ່​ໂຄງການ MIWRM ​ຈະ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບປະ​ໂຫຍ​ດ ຜ່ານ​ການ​ສ້າງ​ຫ້ອງ​ກວດກາ​ຄຸນ​ນະພາ​ບນ້ຳ​ແຫ່ງ​ຊາດ ​ແລະ ປະ​ເມີນ​ສະພາບ​ການ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ​​ພາຍໃຕ້​ສະພາບດິນ​ຟ້າ​ອາກາດ​ຕ່າງໆ. ສອງ​ໂຄງການ​ດັ່ງກ່າວ​ຈະ​ປະສານສົມທົບ​ກັນ ​ເພື່ອ​ຮັບປະກັນ​​ໃຫ້​ປະຊາຊົນ​ລາວ​ຫຼີກ​ເວັ້ນຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ພ້ອມ​ທັງ​ອະນຸລັກ​ຊັບພະຍາກ​ອນການ​ປະມົງ, ດິນ​ທາມ ​ແລະ ຊັບພະຍາກອນ​ນ້ຳ​ທີ່​ອຸດົມສົມບູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ