ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ເສດ​ຖະ​ກິດ​ແຫ່ງ​ຊ​າດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2017 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ
2017-07-14 16:48:19  cri 


ຕາມ​ຂ່າວCRI: ວັນ​ທີ 13 ກໍ​ລະ​ກົດ​ນີ້, ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.


ທ່ານ ທານ​ສີງ​ເຊີ່ງ ອຸ​ປະທູດ​ຊົ່ວ​ຄາວ​ຂອງ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ໃນ​ພິ​ທີວ່າ: ການ​ຈັດ​ງານ​ວາງ​ສະ​ແດງ​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຊີ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ກຳ​ປູ​ເຈຍ​ຄັ້ງ​ນີ້​ແມ່ນ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2, ກໍ​​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ແມ່​ນ້ຳ​ລ້ານຊ້າງ-ແມ່​ນ້ຳ​ຂອງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ໃນ​ປີ 2018 ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງແລະຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.


ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ມີ 6 ປະ​ເທດ​ຄື: ຈີນ,ກຳ​ປູ​ເຈຍ,ລາວ,ມຽນ​ມາ,ໄທ​ແລະ​ຫວຽດ​ນາມ. ງານ​ວາງ​ສະ​ແດງ​ຄັ້​ງ​ນີ້​ແມ່ນ​ໂຄງ​ກາ​ນ​ທີ່​ຈີນ​ລິ​ເລີ່ມ​ຂຶ້ນ​ໃນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ​ 2 ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃນ​ເດືອນທັນ​ວາ​ປີ 2016 ​ຜ່ານ​ມາໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ແລະ 5 ປະ​ເທດ​ລຸ່ມແມ່​ນ້ຳ​ຂອງ,ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ,ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ຊົນ​ລະ​ປະ​ທາ​ນ​ກະ​ສິ​ກຳ,ພື້​ນ​ຖານ​ໂຄງ​ລ່າງ,ໂທ​ລະ​ຄົມ​ຂໍ້​ມູນ​ຂ່າວ​ສານ​ແລະ​ອື່ນໆ​ເພື່ອ​ໃຫ້ໄດ້​ຮັບ​ໝາກ​ຜົນ​ທີ່​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ