ການ​ແຂ່ງ​ລົດ​ແຣນ​ລີ​ສາ​ກົນ​ເສັ້ນ​ທາງ​ສາຍ​ໄໝ2017ຢູ່​ຈີນ​ຈະ​ເລີ່ມ​ຂຶ້ນ​ໃນ​ໄວໆ​ນີ້
2017-07-15 16:16:39  cri 
ລົດ​ແຂ່ງ 400 ກວ່າ​ຄັນ​ແລະ​ນັກ​ກິ​ລາ​ກວ່າ 1000 ຄົນ ທີ່​​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ລົດ​ແຣນ​ລີ​ສາ​ກົນ​ເສັ້ນ​ທາງ​ສາຍ​ໄໝ 2017 ນັ້ນ​ໄດ້​ຜ່ານ​ດ່ານ​ບາ​ເຄິ​ທູເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິນ​ຈ່ຽງເຂົ້າ​ປະ​ເທດ​ຈີນ​ແລ້ວ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້​ເພື່ອ​ຈະ​ເປີດ​ການ​ແຂ່ງ​ຂັນ​ຢູ່​ຈີນ.

ການ​ແຂ່ງ​ລົດ​ແຣນ​ລີ​ເທື່ອ​ນີ້​ເລີ່ມອອກ​​ເດີນ​ທາງຈາກ​ສະ​ໜາມ​ແດງ​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້​ໂດຍ​ຜ່ານ​ກາ​ຊັກ​ສະ​ຖານ, ​ໃນ​ທີ່​ສຸດ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ຢູ່​ເມືອງ​ຊີ່​ອ່ານ ແຂວງ​ສ້ານ​ຊີ່ ສ​ປ ຈີນ​ໃນ​ວັນ​ທີ 22 ເດືອນ​ນີ້ແລະຈະ​ດຳ​ເນີນ​ເປັນ​ເວ​ລາ 16 ວັນ, ໄລ​ຍະ​ທາງ​ການ​ແຂ່ງ​ລົດ​ຍາວ​ທັງ​ໝົດ 9589 ກິ​ໂລ​ແມັດ ເຊິ່ງລວມ​ເຖິງໄລ​ຍະ​ທາງແຂ່ງ​ລົດ​ພິ​ເສດ 4094 ກິ​ໂລ​ແມັດ, ​ໃນ​ນີ້, ໄລ​ຍະ​ທາງ​ການ​ແຂ່ງ​ຂັນ​ຢູ່ຈີນ​ຈະ​ກວມກວ່າ​ເຄິ່ງ​ໜຶ່ງ​ໂດຍ​ຈະ​ຜ່ານເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິນ​ຈ່ຽງ, ແຂວງ​ກ່ານ​ຊູ້, ເຂດ​ປົກ​ຄົງ​ຕົນ​ເອງ​ມົງ​ໂກ​ໃນ, ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຮຸຍ​ນິງ​ເຊ້ຍ​ແລະ​ແຂວງ​ສ້ານ​ຊີ່.

ການ​ແຂ່ງ​ລົດ​ແຣນ​ລີ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ກິ​ລາ​ຣັດ​ເຊຍ​ແລະ​ກົມ​ກິ​ລາ​ແຫ່ງ​ຊາດ​ຈີນ​ເປັນ​ເຈົ້າ​ພາບ​ຮ່ວມ ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ການ​ຮ່ວມ​ມື​​ດ້ານ​ກິ​ລາແລະ​ການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ການ​ແຂ່ງ​ລົດ​ເທື່ອ​ນີ້​ໄດ້​ຜ່ານ​ຣັດ​ເຊຍ,ກາ​ຊັກ​ສະ​ຖານ​ແລະ​ຈີນ ເຊິ່ງ​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ