ທະ​ນາ​ຄານ​ໂລກ​ຄາດ​ວ່າ​ເສດ​ຖະ​ກິດ​ຫວຽດ​ນາມ​ຈະເຕີບ​ໂຕ 6,3% ໃນ​ປີ​ນີ້
2017-07-15 14:19:16  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທະ​ນາ​ຄານ​ໂລກ​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ສະ​ບັບ​ຫຼ້າ​ສຸດ, ​ໂດຍຄາດ​ຄະ​ເນ​ວ່າ​ປີ 2017 ຍອດ​​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຫວຽດ​ນາມ​ຈະ​ເຕີບ​ໂຕ​ 6,3%.

ບົດ​ລາຍ​ງານ​ລະ​ບຸ​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້​ເສດ​ຖະ​ກິດ​ຫວຽດ​ນາມ​ໄດ້​ເຕີບ​ໂຕ 5,7%, ອັດ​ຕາ​ເງິນ​ເຟີ້​ຕ່ຳ​ກວ່າ 2%. ບົດ​ລາຍ​ງານ​ເຫັນ​ວ່າ, ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ພາຍ​ໃນ​ເພີ່ມ​ຂຶ້ນ​ແລະ​ການ​ຄ້ຳ​ຊູ​ຈາກ​ຂະ​ແໜງ​ການ​ປຸງ​ແຕ່ງ, ເສດ​ຖະ​ກິດ​ຫວຽດ​ນາມ​ໄດ້​ຮັກ​ສາ​ຄວາມ​​ໄຫວ​ພິດ​ດີ​ສົມ​ຄວນ, ການ​ເຕີບ​ໂຕ​ໃນ​ສອງ​ຂົງ​ເຂດ​ດັ່ງ​ກ່າວ​ຈະ​ຊ່ວຍ​​ໃຫ້​ເສດ​ຖະ​ກິດ​ຫວຽດ​ນາມລົບ​ລ້າງ​ອຸ​ປະ​ສັກ​ລັກ​ສະ​ນະ​ໂຄງ​ປະ​ກອບ​ໃນ​ການ​ເຕີບ​ໂຕ​ໄລ​ຍະ​ກາງ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຫວຽດ​ນາມ. ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ​ວ່າ, ອັດ​ຕາ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2018-2019 ອາດ​ຈະ​ບັນ​ລຸ​ເຖິງ 6,4%.

ໃນ​ທ້າຍ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ GDP ​ໃນ​ປີ 2017 ຂອງ​ຕົນ​ເປັນ 6,7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ