ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ເດີນ​ທາງເຖິງອາຣັບບີ ຊາ​ອຸ​ດິດ
2017-07-16 16:27:30  cri 

ທ່ານເຈນ ​ຢັ​ສ ເລີດ​ຣີ​ອານ ລັດຖະມົນຕີກະຊວງການຕ່າງປະເທດ​ຝ​ຣັ່ງໄດ້ເດີນທາງ​ເຖິງເມືອງກີດາ ຕົວເມືອງແຄມຝັ່ງທະເລພາກຕາເວັນຕົກສຽງໃຕ້ຂອງອາຣັບບີ ຊາ​ອຸ​ດິດໃນວັນ​ທີ 15 ກໍ​ລະ​ກົດ​ນີ້ ເພື່ອໄກ່ເກ່ຍ ແລະ ແກ້ໄຂວິກິດການທີ່ 4 ປະເທດ ຄື, ອາຣັບບີ ຊາອຸດິດເປັນຕົ້ນຕັດ​ສາຍພົວພັນ​ທາງ​ການ​ທູດກັບກາຕາ.

ໃນ​ພິ​ທີ​ຖະ​ແຫຼງຂ່າວທີ່ທ່ານ​ເລີ​ເຣີ​ອານ ແລະ ທ່ານອາເດວ ບິນ ​ອາເມັດ ອານ-ຈູເບວ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດ​ເຂົ້າຮ່ວມ, ທ່ານ​ເລດ​ຣີ​ອານກ່າວວ່າ, ທ່ານເປັນຫ່ວງຕໍ່ວິກິດ​ດັ່ງ​ກ່າວ​ທີ່ຮ້າຍແຮງຂຶ້ນຢ່າງ​ຕໍ່​ເນື່ອງ, ຫວັງວ່າການ​ຂວ້ຳ​ບາດຕໍ່ກາຕາ​ຈະ​ບໍ່ສ້າງຜົນຮ້າຍຕໍ່​ປະ​ຊາຊົນ

ແນວ​ໃດ​ກໍ່​ດີ,ຫວັງ​ວ່າ 4 ປະເທດ ​ຄື, ອາຣັບບີ ຊາອຸດິດເປັນຕົ້ນ ກັບ ກາຕາ​ຈະແກ້ໄຂວິກິດການໂດຍຜ່ານການ​ເຈ​ລະ​ຈາ​ ແລະ ປັດ​ສາ​ຫາ​ລື​ໂດຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ