ເຄື່ອງ​ທອງ​ສຳ​ລິດ​ "ສີ່​ເຈຍ​ຜານ"​ລາ​ຊະ​ວົງ​ໂຈ່ວ​ຕາ​ເວັນ​ຕົກ​​ທີ່​ມູນ​ຄ່າ 210 ລ້ານຢວນ
2017-07-17 15:29:17  cri 

ໃນການ​ປະ​ມູນ​ຂາຍ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ບໍ​ລິ​ສັດ​ປະ​ມູນ​ຂາຍ​ສີ່​ລິງຢິ້ນ​ເຊີ້​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້, ​ເຄື່ອງ​ທອງ​ສຳ​ລິດ "ສີ່​ເຈ່ຍ​ຜານ" ສາ​ມາດປະ​ມູນ​ຂາຍ​​ໄດ້ໃນ​ລາ​ຄາ 212 ລ້ານ 7 ແສນ 5 ໝື່ນຢວນຫຼື​ປະ​ມານ 31 ລ້ານ​ໂດ​ລ​າ​ສະ​ຫະ​ລັດ ເຊິ່ງ​ເປັນສະ​ຖິ​ຕິ​ສູງ​ສຸ​ດ​ໃນ​ປະ​ຫວັດ​ການ​ປະ​​ມູນ​ຂາຍ​ເຄື່ອງວິ​ຈິດ​ຕະ​ກຳ​ບູ​ຮານຈີນ. ສີ່​ເຈຍ​ຜານ​ເປັນ​ເຄື່ອງ​ທອງ​ສຳ​ລິດ​ສະ​ໄໝ​ລາ​ຊະ​ວົງ​ໂຈ່ວ​ຕາ​ເວັນ​ຕົກ(​ປີ1046ກ່ອນ​ຄ​ສ―​ປີ771​ກ່ອນ​ຄ​ສ)​ທີ່​ຖືກ​ຄົ້ນ​ພົບໃນ​ໄລ​ຍະ​ແຕ່​ລາ​ຊະ​ວົງ​ຮັ້ນ​ຫາ​ລາ​ຊະ​ວົງ​ຊົ້ງ(​ປີ 206ກ່ອນ​ຄ​ສ-ປີ​ຄ​ສ 1279)​ພຽງ​​ເຄື່ອງດຽວ​ທີ່​ໄດ້​ຮັກ​ສາ​ໄວ້​ຈົນ​ເຖິງ​ປັດ​ຈຸ​ບັນ  ແລະ​ເປັນ​ຊັບ​ສົມ​ບັດ​​ຂອງຊາດ. ຢູ່ສີ່​ເຈຍຜານ​ໄດ້​​ສະຫຼັກ​ຕົວ​ໜັງ​ສື​ທັງ​ໝົດ 133 ໂຕ​ໂດຍ​ການ​ບັນ​ທຶກ​ປະ​ຫວັດ​ສາດ​ຂອງ​ເຈົ້າ​ຊີ​ວິດ ​ຊ່ວນ​ວາງ ລາ​ຊະ​ວົງ​ໂຈ່ວ​ຕາ​ເວັນ​ຕົກ ທີ່​ເປັນ​ສູນ​ລວມ​ອຳ​ນາດສັກ​ດິ​ນາແລະເປັນ​ເຄື່ອງ​ທອງ​ສຳ​ລິດ​ທີ່​​ສະຫຼັກ​ ຕົວ​ໜັງ​ສືຫຼາຍ​ທີ່​ສຸດ, ມີຄຸນ​ຄ່າ​ສູງ​ສຸດ​ ໃນ​ຕະຫຼາດ​ປະ​ມູນ​ຂອງ​ຈີນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ