ປະ​ຊາຊົນ​ຍີ່​ປຸ່ນ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຄັດ​ຄ້ານ​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ
2017-07-17 14:24:33  cri 
ຕອນ​ບ່າຍ​ວັນ​ທີ 16 ກໍ​ລະ​ກົດ​ນີ້, ສຳ​ນັກ​ຂ່າວ​ສານກຽວ​ໂຕ​ປະ​ເທດ​ຍີ່​ປຸ່ນ​ໄດ້​ປະ​ກາດ​ຜົນ​ການ​​ລົງປະ​ຊາ​ມະ​ຕິ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 15 ແລະ​ວັນ​ທີ 16 ກໍ​ລະ​ກົດ​ນີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ຊາ​ຊົນ 54,8% ໄດ້ຄັດ​ຄ້ານ​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ທີ່ສະ​ເໜີ​ໂດຍ​ທ່ານ ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​.

ຜົນ​ການ​ລົງປະ​ຊາ​ມະ​ຕິ​ຂອງ​ສຳ​ນັກ​ຂ່າວ​ສານ​ກຽວ​ໂຕ​​ປະ​ເທດຍີ່​ປຸ່ນ​​ສອດ​ຄ່ອງ​ກັບ​ຫຼາຍ​ສຳ​ນັກ​ສື່ມວນ​ຊົນ​ສຳ​ຄັນທີ່​ຈັດ​ຂຶ້ນ​​ຫວ່າງ​ມໍ່ໆ​ນີ້ ເຊິ່ງ​ໂດຍ​ລວມ​ແລ້ວ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນລັດ​ຖະ​ບານ​ຊິນ​ໂຈ ອາ​ເບະ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ຄື​ຫຼຸດ​ລົງ 9,1% ເມື່ອ​ທຽບ​ໃສ່​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ເຫຼືອ​ພຽງ​ແຕ່ 35,8%. ​ຂະ​ນະ​ທີ່ອັດ​​ຕາ​ບໍ່​ສະ​ໜັບ​ສະ​ໜູນ​ສູງ​ຂຶ້ນ​ເປັນ 53,1% ຄືເພີ່ມ​ຂຶ້ນ 10%.

ສຳ​ລັບ​ກໍ​ລະ​ນີ​ທີ່​ທ່ານ ຊິນ​ໂຈ ອາ​ເບະ​ອະ​ນຸ​ຍາດ​ໃຫ້​ໝູ່​ຂອງ​ຕົນ​ເປີດ​ໂຮງ​ຮຽນ​ຢ່າງ​ລັບໆ​ຂຶ້ນ​ນັ້ນ, ຜູ້​ທີ່​ຮັບ​ໄດ້​ມີ​ພຽງ​ແຕ່ 15,4%, ຂະ​ນະ​ທີ່​ຜູ້​ຮັບ​ບໍ່​ໄດ້​ມີ​ເຖິງ 77,8%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ