ປິດ​ງານ​ວາງ​ສະ​ແດງ​ຜົນ​​ງານ 20 ປີ​ທີ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ
2017-07-17 11:14:38  cri 
ງານວ​າງ​ສະ​ແດງ​ຜົນ​​ງານ "ຮົງ​ກົງ​ກັບ​ຄືນ​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ--ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດແລະ​ກຳ​ໂອ​ກາດ​ໃໝ່" ທີ່​ອຳ​ນາດ​ກາ​ນ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ຈີນ​​ໃນ​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ​ ໄດ້​ປິດ​ລົງ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້ ຫຼັງ​ດຳ​ເນີນ​ມາ​ແຕ່ວັນ​ທີ 27 ມິ​ຖຸ​ນາ ໂດຍ​ສາ​ມາດ​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ໄດ້ຫຼາຍກວ່າ 1 ແສນ 2 ໝື່ນ​ເທື່ອ​ຄົນ.

​ຕະຫຼອດ​ໄລ​ຍະ 3 ອາ​ທິດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ຢ່າງກວ້າງ​ຂວາງ ໂດຍ​ມີຫຼາຍ​ອົງ​ການ​ຈັດ​ຕັ້ງ​ໄດ້​ສົ່ງ​ຄະ​ນະ​​ເຂົ້າ​ຊົມ, ຟັງ​ການ​ບັນ​ຍາຍຂອງ​ຝ່າຍ​ຈັດ​ງານ ແລະ​ອວຍ​ພອນ​ອັນ​ປະ​ເສີດ​ຕໍ່​ຮົງ​ກົງ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ໃນ​ມື້​ປິດ​ງານ, ສຳ​ນັກ​ງານ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ປະ​ຈຳ​ປັກ​ກິ່ງ​ຍັງ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ທາງ​ອິນ​ເຕີ​ເນັດ "​ຜົນ​ງານ​ຮົງ​ກົງ​ກັບ​ຄືນ​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ" ໂດຍໄດ້​ໃຊ້​ເຕັກ​ນິກ VR ເພື່ອສະ​ເໜີ​ຜົນ​ງານທາງ​ອິນ​ເຕີ​ເນັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ