ອິນ​ໂດ​ເນ​ເຊຍ​​ເຕືອນ​​ຖ້າ​ສື່​ສັງ​ຄົມ​ອອນ​ໄລ​ຍັງ​ໂຄ​ສະ​ນາ​ເນື້ອ​ໃນ​ຫົວ​ຮຸນ​ແຮງ​​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ແບ່ງ​ປັນ​ຂໍ້​ມູນ
2017-07-17 16:08:28  cri 
ວັນ​ທີ 14 ກໍ​ລະ​ກົດ​ນີ້, ທ່ານ​ຣູ​ດີ​ອັນ​ຕາ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂທ​ລະ​ຄົມ​ແລະ​ຂໍ້​ມູນ​ຂ່າວ​ສານ​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ມາ​ກ່າວ​ເຕືອນ​ສື່​ສັງ​ຄົມ​ອອນ​ໄລ​ຕ່າງໆ ເຊັ່ນ: Facebook、Twitter、Instagram ແລະYouTube ວ່າ, ຖ້າ​ຍັງ​ຟື້ນ​ໂຄ​ສະ​ນາ​ເນື້ອ​ໃນ​ຫົວ​ຮຸນ​ແຮງ, ຈະ​ຖືກ​ຫ້າມ​ບໍ່​ໃຫ້​ແບ່ງ​ປັນ​ຂໍ້​ມູນ​.

ຕາມການ​ລາຍ​ງານ​ຂ່າວ, ກະ​ຊວງ​ດັ່ງ​ກ່າວ​ໄດ້​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສະ​ກັດ​ກັ້ນ​ການ​ເຜີຍ​ແຜ່​ຂອງ​ເນື້ອ​ໃນ​ຫົວ​ຮຸນ​ແຮງ​ຢ່າງ​ສຸດ​ຂີດ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ ໂດຍ​ໄດ້ປິດ​ເວັບ​ໄຊ​ແລະ​​ອິນ​ເຕີ​ເນັດ​. ມື້​ດຽວ​ກັນ, ທ່ານ​ມູ​ຮຳ​ເມັດ ນາ​ເຊຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ອິນ​ໂດ​ເນ​ເຊຍ​ກໍ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຢ່າງ​ໃກ້​ຊິດ ໂດຍ​ກ່າວ​ວ່າ, ເຖິງວ່າ​ລັດ​ທິ​ຫົວ​ຮຸນ​ແຮງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຍັງ​ບໍ່​ທັນ​ພົ້ນ​ເດັ່ນ​ປານ​ໃດ, ແຕ່​ກໍ​ມີ​ຄວາມ​ສ່ຽງ​ສູງຫຼາຍ. ຈາກ​ນີ້, ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຳ​ເປັນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກິດ​ຈະ​ກຳ​ຕ່າງໆ​​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ