ທ່ານ​ນາງ​ອາ​ໂລ​ໂຢ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມຄວາມ​ເຂົ້າ​ໃຈ​​ຟີ​ລິບ​ປິນ-ຈີນ
2017-07-18 11:07:56  cri 
ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຄວາມ​ເຂົ້າ​ໃຈ​​ຟີ​ລິບ​ປິນ-ຈີນ, ທ່ານ​ນາງ​ກ​ລໍ​ເຣຍ ມາ​ກາ​ປາ​ກັນ ອາ​ໂລ​ໂຢ ອະ​ດີ​ດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກໍ​ໄດ້​ກ່າວ​ປາ​ໄສ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ໂດຍ​ເນັ້ນ​ວ່າ ຕ້ອງ​ສົ່ງ​ເສີມ​ສາຍ​ພົວ​ພັນ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນ​ຢ່າງ​ກົມ​ກຽວ​ແລະ​ດ້ວຍ "ສະ​ພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ປະ​ເທດ​ພວກ​ເຮົາ​ຕ້ອງ​ການ​ສົ່ງ​ເສີມ​ສາຍ​ພົວ​ພັນ​ທີ່​ໝັ້ນ​ທ່ຽງ​ແລະ​ປອດ​ໃສ​ແທ້​ຈິງ ເພື່ອ​ສົ່ງ​ເສີມ​ສັນ​ຕິ​ພາບ,ຄວາມ​ປອງດອງ​ແລະ​ຄວ​າມ​ຈະ​ເລີນ​ຮຸ່ງ​ເຮືອງ​ລະ​ຫວ່າງ​ປະ​ຊາ​ຊົນ​ແລະນີ້​ຄື​ວິ​ໄສ​ທັດ​ຂອງ​ສະ​ມາ​ຄົມ​".

ໜັງ​ສື​ພິມ Daily Inquirer ຟີ​ລິບ​ປິນ​ລາຍ​ງານ​ວ່າ: ​ທ່ານນາງ​ອາ​ໂລ​ໂຢ​ເຫັນ​ວ່າ ການ​ທີ່​ສະ​ມາ​ຄົມ​ຄວາມ​ເຂົ້າ​ໃຈ​ຟີ​ລິບ​ປິນ-ຈີນ​ຟື້ນ​ຟູ​​ໜ້າ​ທີ່​ວຽກ​ງານ​ນັ້ນ​ກໍ​ຖື​ວ່າທັນ​ການ​ທັນ​ເວ​ລາ ເຊິ່ງ​ສາ​ມາດ​ເພີ່ມ​ທະ​ວີ​ຄວາມ​ກົມ​ກຽ​ວ​ແລະ​ສັນ​ຕິ​ພາບ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ຈີນ ແລະ​ໃນ​ອີກ​ບໍ່​ດົນ​ຕໍ່ໜ້າ, ສະ​ມາ​ຄົມ​ ຈະ​ປະ​ຕິ​ບັດ​ແຜນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນ​ເຊິ່ງ​ກວມ​ເອົາການ​ສຳ​ມະ​ນາ,ວັດ​ທະ​ນະ​ທຳ​ແລະ​ການ​ດຳ​ເນີນທຸ​ລະ​ກິດ​ແລະ​ອື່ນໆ ທັງ​ນຳ​ໃຊ້​ຊື່​ສຽງ​ອິດ​ທິ​ພົນ​ຂອງ​ຕົນ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ແລະ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ປະ​ເທດ.

ສະ​ມາ​ຄົມ​ຄວາມ​ເຂົ້າ​ໃຈ​ຟີ​ລິບ​ປິນ-ຈີນ​ເປັນ​ອົງ​ການ​ຈັດ​ຕັ້ງ​ສຳ​ລັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຟີ​ລິບ​ປິນ-ຈີນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ຕົ້ນ​ຊຸມ​ປີ 1970 ເຊິ່ງ​ທ່ານ​ນາງ​ອາ​ໂລ​ໂຢ​ເປັນ​ຜູ້​ມີ​ສ່ວນ​ຮ່ວມສ້າງ​ຕັ້ງ​ ແລະ​ສະ​ມາ​ຄົມ​ດັ່ງ​ກ່າວ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ