ການ​ເຈລະຈາ​ຖອນ​ອອກ​ຈາກ​ອີ​ຢູ​ຂອງ​ອັງກິດເຂົ້າສູ່​ຮອບ​ທີ 2
2017-07-18 16:38:21  cri 

ການ​ເຈລະຈາຮອບ​ທີ 2 ​ລະຫວ່າງ​ອັງກິດ​ແລະ​ອີ​ຢູກ່ຽວ​ກັບ​ການຖອນ​ອອກ​ຈາກ​ອີ​ຢູຂອງອັງກິດ​ ​ໄດ້​ຈັດ​ຂຶ້ນຢູ່​ສຳນັກງານ​ໃຫຍ່​ຄະນະ​ກຳມາທິການ​ອີ​ຢູ ຢູ່​ນະຄອນຫຼວງບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ໃນ​ຕອນ​ເຊົ້າວັນ​ທີ 17 ກໍລະກົດ​ນີ້ ​ໂດຍ​ສອງ​ຝ່າຍ​​ໄດ້​ປຶກສາ​ຫາລື​ໃນ​ຫົວ​ຂໍ້​ໃຈກາງ ​ເປັນຕົ້ນ ຄ່າ​ທຳນຽມຖອນ​ຕົວ, ສິດຂອງ​ພົນລະ​ເມືອງ ​ແລະ ບັນຫາ​ຊາຍ​ແດນອຽກ​ລັງ​ເໜືອ ​ໃນ 4 ມື້ຕໍ່ໜ້າ​ນີ້.

ການ​ເຈລະຈາຮອບ​ນີ້​ຖື​ວ່າ​ເປັນ​ການ​ເຈລະຈາ​ທາດ​ແທ້ທີ່ສຳຄັນ ລະຫວ່າງ​ສອງ​ຝ່າຍ ​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ສູງ​ຈາກ​ພາຍ​ນອກ, ​ໃນນີ້, ຈຸດ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ກໍ​ຄື ສອງ​ຝ່າຍ​ຈະ​ສາມາດ​ລົບ​ລ້າງ​ຄວາມ​ຂັດ​ແຍ້​ງກັນ​ ​ແລະ ຜ່ານ​ຜ່າ​ໄປໄດ້ຫຼືບໍ່ ​ໃນ​ບັນດາຫົວ​ຂໍ້​ໃຈກາງ​.

ຫາງ​ສຽງ​​ໄດ້​ວິ​ເຄາະວ່າ ​ເນື່ອງ​ຈາກ​ສອງ​ຝ່າຍມີ​ຄວາມ​ຂັດ​ແຍ້​ງກັນສັບສົນຂຶ້ນ​ເລື້ອຍໆ​ໃນ​ຫົວ​ຂໍ້​ໃຈກາງ, ການ​ເຈລະຈາ​ຮອບ​ນີ້ຈະ​ປະສົບ​ຄວາມ​ຫຍຸ້ງຍາກສົມຄວນ. ຂະນະ​ດຽວ​ກັນ, ພາຍ​ໃນ​ອີ​ຢູ ກໍ​ມີຈຸດ​ຢືນທີ່​ນັບ​ມື້​ນັບຄ້າຍຄື​ກັນ​ໃນ​ຫົວ​ຂໍ້​ການຖອນ​ອອກ​ຈາກອີ​ຢູຂອງອັງກິດ​ ສະນັ້ນ, ອີ​ຢູຈະ​ໃຊ້​ທ່າ​ທີໃນ​ການ​ເຈລະຈາ​ກັບ​ອັງກິດ​ໃນ​ຕໍ່ໜ້າ​ໃຫ້ແຂງ​ແຮງ​ກວ່າ​ເກົ່າ​​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ