ຍົກ​ລະດັບຄູ​ສອນ​ພາສາ​ຈີນ​ແລະພະນັກງານຫຼັກ​ແຫຼ່ງຂອງສະມາ​ຄົມຊາວ​ຈີນ​ໃນ​ອາ​ຊຽນ ​ຢູ່​ເຂດ​ກວາງຊີ
2017-07-18 16:41:27  cri 

​ສປ ຈີນ​ໄດ້​ເປີດ​ຊຸດ​ອົບຮົມ​ເພື່ອ​ຍົກ​ຂີດ​ຄວາມ​ສາມາດ​​ໃຫ້​ຄູ​ສອນ​ພາສາ​ຈີນ ​ແລະ ພະນັກງານຫຼັກ​ແຫຼ່ງຂອງ​ສະມາຄົມ​ຊາວ​ຈີນ​ໃນ​ອາ​ຊຽນຂຶ້ນຢູ່​ເມືອງ​ໜານ​ໜິງ ​ເທດສະບານ​ເຂດ​ກວາງຊີ ​ໃນ​ວັນ​ທີ 17 ກໍລະກົດ​ນີ້ ​ໂດຍ​ສຳ​ມະ​ນາກ​ອນ 30 ກວ່າ​ຄົນ​ຈາກ​​ລາວ, ​ໄທ ​ແລະ ຫວຽດນາມ ຈະ​​ໄດ້ຮັບ​ການ​ອົບຮົມ​ຢ່າງ​ເປັນ​ລະບົບ​ເປັນ​ເວລາ 15 ວັນ.

ທ່ານນາງ ​ເສີ​ນ​ເຈ ຮອງ​ຫົວໜ້າ​ຫ້ອງການ​ກິດຈະການ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ເຂດ​ກວາງຊີ ກ່າວ​ເປີດ​ຊຸດ​ອົບຮົມ​ວ່າ: ຄຽງ​ຄູ່​ກັບ​ຄວາມ​ຄືບ​ໜ້າ​ໃນການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເລື້ອຍໆ, ການ​ຮຽນ​ວັດທະນະທຳ​ຈີນ​ກໍ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ ຈຶ່ງ​ມີ​ຄວາມຈຳ​ເປັນ​ຮີບ​ດ່ວນ​ໃນ​ການ​ສ້າງ​​ຄູ​ສອນ​ພາສາ​ຈີນ​ໃຫ້​​ເພີ່ມ​ຂຶ້ນ ​ແລະ ມີ​ຄຸນ​ນະພາ​ບສູງ​ຂຶ້ນ. ຂະນະ​ທີ່​​ເປົ້າໝາຍ​ການຍົກ​ລະດັບເທື່ອ​ນີ້​ໄດ້​ກວມ​ເອົາ​ຫົວໜ້າ​ສະມາຄົມ​ຊາວ​ຈີນ​ຢູ່​ຕ່າງປະ​ເທດເປັນຄັ້ງທຳ​ອິດ ຫວັງ​ໃຫ້​ສະມາຄົມ​​ສ້າງ​ຄູ​ສອນ​ພາສາ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ​ແລະ​ມີ​ຄຸນ​ນະພາ​ບຍິ່ງ​ຂຶ້ນ ທັງ​ເປັນ​ການຊຸກຍູ້​ການ​ເຜີຍ​ແຜ່​ວັດທະນະທຳ​ຈີນຕື່ມ​ອີກ.

ຂ່າວ​ລາຍ​ງານ​ຕື່ມວ່າ: ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຂອງ​ສຳ​ມະ​ນາກ​ອນ ​ແລະ ສຳຜັດ​ກັບ​ວັດທະນະທຳກໍ​ຄືຮີດຄອງ​ປະ​ເພນີ​ ທີ່​ມີ​ເອກະລັກ​ສະ​ເພາະຂອງຊົນເຜົ່າຈ້ວງ, ​ເຈົ້າພາບ​ໄດ້​ເປີດຫຼັກສູດ​ການ​ສອນ​ກັງ​ຟູ, ອາລະຍະ​ທຳພິທີການ​ຊົ​ນຊາດ​ຈີນ, ການ​ຟ້ອນ, ການ​ແຕ້ມ, ການ​ຂຽນ​ງາມ ​ແລະ​ອື່ນໆ ທັງ​ຈະ​​ໄປ​ທັດສະນະ​ສຶກສາ​ຫໍ​ພິພິທະ​ພັນ​ຊົນ​ເຜົ່າ​ກວາງຊີຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ