ປະ​ຊາ​ຊົນ​ຟີ​ລິບ​ປິນ​ 460.000 ຄົນອົບ​ພະ​ຍົບ​ຫຼັງ​ເກີດ​ສົງ​ຄາມ​ມາ​ລາ​ວີ
2017-07-18 17:32:31  cri 
ວັນ​ທີ 17 ກໍ​ລະ​ກົດ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​​ສຸກ​ຟີ​ລິບ​ປິນ​ກ່າວ​ວ່າ: ການ​ຕໍ່​ສູ້​ລະ​ຫວ່າງກອງ​ທັ​ບ​ຟີ​ລິບ​ປິນ​ແລະ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່​ເມືອງ​ມາ​ລາ​​ວີ ທາງພາກ​ໃຕ້​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ 465.000 ຄົນ​ອົບ​ພະ​ຍົບ​ຈາກ​ບ້ານ, ຂະ​ນະ​ທີ່​ລັດ​ຖະ​ບານ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ອົບ​ພະ​ຍົບບໍ່​ຄວນ​ກັບ​ຄືນ​ເຂົ້າໃນ​ເມືອງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຖືກ​ລູກ​ຫຼົງ.

ທ່ານ ປາວ​ຢິນ ເຈັນ ໂຣ​ເຊວ ອູ​ເບຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ໄດ້​​ຖະ​ແຫຼງ​ຂ່າວລາຍ​ງານ​ສະ​ພາບການ​ຈັດ​ສັນ​ຜູ້​ປ​ະ​ສົບ​ໄພ, ກອງ​ທັບ​ຟີ​ລິບ​ປິນ​ໄດ້​ຍິງ​ປະ​ທະ​​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ ຊາຢັບ​ແລະ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ມາວ​ເຕີ​ຢູ່​ເມືອງ​ມາ​ລາ​ວີ​ເປັນ​ເວ​ລາ 56 ວັນ. ປັດ​ຈຸ​ບັນ​ໄດ້​ສ້າງ​ຕັ້ງ​ສູນ​ອົບ​ພະ​ຍົບ 87 ແຫ່ງ​ເພື່ອ​ໃຫ້ປະ​ຊາ​ຊົນ 2 ໝື່ນກວ່າ​ຄົນ​ອາ​ໄ​ສ​ແລະ​ອີກ​ປະ​ມານ 440.000 ຄົນ​ໄ​ປ​ອາ​ໄສ​ຢູ່​ນຳ​ພີ່​ນ້ອງ. ຂະ​ນະ​ດຽວ​ກັນ, ລັດ​ຖະ​ບານ​ກໍ​ໄດ້​ໃຊ້​ທຶນ​ແລະ​ວັດ​ຖຸ​ທີ່​ມີ​ມູນ​ຄ່າ 80 ລ້ານ​ເປ​ໂຊ​ຫຼືປະ​ມານ 694.700 ໂດ​ລາ​ສະ​ຫະ​ລັດ ເພື່ອ​​ຮັກ​ສາ​ສຸ​ຂະ​ພາບ,ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ​ແລະ​ວຽກ​ພະ​ລາ​ທິ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ