ຈີນ​ເຕືອນອາ​ເມ​ລິ​ກາ​ຢ່າ​ຝືນ​​ກະ​ແສ​ຂອງ​ຍຸກ​ສະ​ໄໝ
2017-07-18 10:27:10  cri 
​ພາຍຫຼັງສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຜ່ານ "ຍັດ​ຕິ​​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ສົກງົບ​ປະ​ມານ​ປີ 2018" ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້ ​ລວມ​ທັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຂອງ​ຕົນ​ຕີ​ລາ​ຄາ​ຄວາມ​ອາດ​ສາ​ມາດ​ເຮັດໃຫ້​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ແລະ​ໄຕ້​ຫວັນ​ຈີນ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕອບ​ຄຳ​ຖາມນັກ​ຂ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ວ່າ, ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​​ຂອງ​ອາ​ເມ​ລິ​ກາ​ເປັນ​ການລະ​ເມີດ​ນະ​ໂຍ​ບາຍ​ຈີນ​ດຽວ​ແລະຫຼັກ​ການ​​ໃນ​ຖະ​ແຫຼງການ​ຮ່ວມ​ສາມ​ສະ​ບັບ​​ລະ​ຫວ່າງຈີນ-ອາ​ເມ​ລິ​ກາ​ຢ່າງ​ໜັກ​ໜ່ວງ ແລະ​​ເປັນ​ການແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ຈາກ​ນີ້​ຈີນ​ຈິ່ງ​ປະ​ທ້ວງ​ອາ​ເມ​ລິ​ກາ​ຢ່າງ​​ແຂງ​ແຮງ ທັງ​ນີ້ຈີນ​ມີຫຼັກ​ການ​​ທີ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ​​ທີ່ອາ​ເມ​ລິ​ກາ​ແລະ​ໄຕ້​ຫວັນ​ຈີນ​ມີ​ການ​​ພົວ​ພັນ​ກັນທາງ​ການ​ແລະ​ສາຍ​ພົວ​ພັນ​ທາງ​ການ​ທະ​ຫານ​ທຸກ​ຮູບ​ແບບ. ​ດ້ວຍ​ເຫດ​ນີ້​ຈີນ​ຂໍ​ເຕືອນເຖິງ​ຄວາມ​ອັນ​ຕະ​ລາຍ​ຂອງ​ມາດ​ຕະ​ການ​ໃນ​ຍັດ​ຕິ​ຂອງ​ອາ​ເມ​ລິ​ກາ​ດ້ວຍ​ຄວາມ​ຫວັງ​ດີ ໂດຍ​ຢ່າໃຫ້​ຍັດ​ຕິນີ້​ກາຍ​ເປັນ​ກົດ​ໝາຍ ທັງຢ່າ​ຝືນ​​ກະ​ແສ​ຂອງ​ຍຸກ​ສະ​ໄໝ ແລະຫຼີກ​ເວັ້​ນການທຳ​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ