ປາ​ກິ​ສະ​ຖານ​ປະ​ທ້ວງ​ອິນ​ເດຍທີ່​ໂຈມ​ຕີ​ລົດ​ທະ​ຫານ​ຢູ່​ເຂດ​ກັ​ສ​ເມຍ
2017-07-18 15:38:49  cri 
ເຈົ້າ​ໜ້າ​ທີ່​ທະ​ຫານ​ປາ​ກິ​ສະ​ຖາ​ນ​ເປີດ​ເຜີຍ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ວ່າ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງປະ​ເທດ​ຕົນ​ແລະ​ອິນ​ເດຍ​ໄດ້​ໂທ​ລະ​ສັບ​ດ່ວນຫາ​ກັນ​ແລ້ວ​ໃນ​ມື້​ດຽວ​ກັນ ໂດຍປາ​ກິ​ສະ​ຖານ​ໄດ້​​ປະ​ທ້ວງ​ຕໍ່​ອິນ​ເດຍ​ທີ່​ໂຈມ​ຕີ​ລົດ​ທະ​ຫານ​​ຢູ່​ໃກ້​ເສັ້ນ​ຄວບ​ຄຸມ​ຕົວ​ຈິງ​ເຂດ​ກັ​ສ​ເມຍ ເຊິ່ງ​ເຫດ​ດັ່ງ​ກ່າວ​ໄດ້ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ທະ​ຫານ​​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ປາ​ກິ​ສະ​ຖານ​​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ, ລົດ​ທະ​ຫານ​ຄັນ​ໜຶ່ງ​ຂອງ​​ປະ​ເທດ​ຕົນ​ຖືກ​ທະ​ຫານ​ອິນ​ເດຍ​ລັດ​ຍິງ​ຢູ່​ໃກ້​ເສັ້ນ​ຄວບ​ຄຸມ​ຕົວ​ຈິງ​ເຂດ​ກັ​ສ​ເມຍ ແລ້ວ​ຕົກ​ລົງ​ແມ່​ນ້ຳ​ນີ​ລຳ ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ 4 ຄົນ​ໃນ​ລົດ​ເສຍ​ຊີ​ວິດ​. ​ຈາກ​ນີ້ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ຕົນ​ກໍໄດ້​ຕອບ​ໂຕ້ທະ​ຫານ​ອິນ​ເດຍ​​ຄືນ​ໃນ​ພາຍຫຼັງ.

ອິນ​ເດຍ​ຍັງ​ບໍ່​ທັນ​ມີ​ຄວາມ​ເຫັນ​ຕໍ່​​ການ​ກ່າວ​ອ້າງ​ດັ່ງ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ປາ​ກິ​ສະ​ຖານເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ