ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ​ປີ 2017 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ
2017-07-18 16:14:27  cri 
ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ເປີຍ​ເຜີຍ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ ການ​ກະ​ກຽມກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ​ປີ 2017 ວ່າ, ກອງ​ປະ​ຊຸມ​​ດັ່ງ​ກ່າວຈະ​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ໜານ​ໜິງ​ແຕ່​ວັນ​ທີ 23 ຫາ 26 ສິງ​ຫາ​ນີ້ ແລະ​ປີ​ນີ້​ເນັ້ນຫົວ​ຂໍ້​ "ສ້າງ​ສູນ​ຂໍ້​ມູ​ນ​ຂ່າວ​ສານ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ ແລະ​ລົງ​ເລິກ​ເວ​ທີ​ການ​ຮ່ວມ​ມື​ໃໝ່​ກ່ຽວ​ກັບ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ຂ່າວ​ແຈ້ງ​ຕື່ມ​ວ່າ, ຄາດ​ວ່າ​ຈະ​ມີ 800 ​ທ່ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໂດຍ​ຈະ​ປະ​ກອບ​ມີ​ເຈົ້າ​ໜ້າ​ທີ່​​ຄຸ້ມ​ຄອງ​ຂະ​ແໜງ​ການ​ບໍ່​ແຮ່, ​ຕົວແທນ​ວິ​ສາ​ຫະ​ກິດ​, ຜູ້​ຮັບ​ຜິດ​ຊອບ​ສະ​ມາ​ຄົມ​ຕ່າງໆ ແລະ​ແຂກ​ຮັບ​ເຊີນ​ຈາກ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນປະ​ມານ 100 ທ່ານ, ທີ່​ສຳ​ຄັນ​ໃນກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ລົງ​ນາມ​ໃນ​ສັນ​ຍາ​ໂຄງ​ການ 10 ສະ​ບັບ, ໂຄ​ສະ​ນາ 10 ໂຄງ​ການ, ​ໂຄ​ສະ​ນາ​ໂຄງ​ການ​ໃນ​ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ 50 ໂຄງ​ການ​ຂຶ້ນ​ໄປ ແລະ​ສະ​ຫະ​ພັນ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ​ຈະ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ຂະ​ແໜງ​ການ​ບໍ່​ແຮ່​ອາ​ຊຽນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ