ມອບ​​ເຄື່ອງ​ຈຳລອງ​ການບິນ​ລະດັບ D ທີ່​ຈີນ​ຜະລິດ​ເອງ
2017-07-19 16:02:03  cri 

​ເຄື່ອງ​ຈຳລອງ​ການບິນ​ລະດັບ D ຄື B737NG ທີ່​ຄົ້ນຄວ້າ​ແລະ​ຜະລິດ​ໂດຍ​ບໍລິສັດ​ລະບົບ​ຈຳລອງ​ການບິນ​ຮ່ວມ​ມືຈີນ-ອາ​ເມ​ລິ​ກາ ທີ່ຕັ້ງຢູ່​ເຂດ​ພັກ​ສິນຄ້າ​ທ່າ​ທຽນ​ສິນນັ້ນ ​ໄດ້​ມອບ​ໃຫ້​ບໍລິສັດ​ຝຶກ​ແອບ​ການບິນ​ຢ່າງ​ປອດ​ໄພ​ທຽນ​ສິນຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ວັນ​ທີ 17 ກໍລະກົດ​ນີ້ ​ເຊິ່ງການ​ມອບ​​ເຄື່ອງ​ຈຳລອງ​ການບິນ​ດັ່ງກ່າວ ​ເປັນ​ຂີດ​ໝາຍສະ​ແດງ​ໃຫ້​ເຫັນວ່າ​: ​ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການຄົ້ນຄວ້າ​ເຕັກນິກ​ດັ່ງກ່າວ​ແລ້ວ.

​ເຄື່ອງຈຳລອງ​ການບິນ​ລະດັບ D ​ແມ່ນ​ເຄື່ອງ​ຈຳລອງ​ການບິນ​ລະດັບ​ສູງ​ສຸດ​ທີ່​ອົງການ​ການບິນ​ພົນລະ​ເຮືອ​ສາກົນ​ກຳນົດ ​ໂດຍ​ສາມາດ​ໃຊ້​​ແທນ​ເຮືອບິນ​ແທ້ໃນ​ການ​ຝຶກ​ອົບຮົມ​ນັກ​ບິນ ​ແລະ​ທີ່​ພົ້ນ​ເດັ່ນ ຄື ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ການບິນ, ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳການບິນ ​ໂດຍ​ສະ​ເພາະ​ການ​ພັດທະນາ​ການ​ຂົນ​ສົ່ງ​ທາງ​ອາກາດ. ກ່ອນ​ໜ້າ​ນີ້, ​ເຄື່ອງ​ດັ່ງກ່າວ​ໄດ້​ນຳ​ເຂົ້າຈາກ​ຕ່າງປະ​ເທດ 100% ​ເຊິ່ງມີລາຄາ​ກວ່າ 10 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ