ຈີນ​ເປັນ​ເຈົ້າ​ໜີ້ອ​າ​ເມ​ລິ​ກາ​ເພີ່ມ​ອີກ 10 ຕື້​ໂດ​ລາ​ສະ​ຫະ​ລັດ​
2017-07-19 10:10:06  cri 
ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ, ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ​ອາ​ເມ​ລິ​ກາ​ເປັນ​ໜີ້​ຈີນ​ເພີ່ມ​ອີກ 10 ຕື້​ໂດ​ລາ, ເຊິ່ງ​ຖື​ວ່າ​ເປັນ 4 ເດືອນ​ຕິດ​ຕໍ່​ກັນ​ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້​ມູນ​ຄ່າ​ໜີ້​ສິນ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ​ເປັນ 1102 ຕື້​ໂດ​ລາ​ສະ​ຫະ​ລັດ.
​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຍັງ​ຊີ້ໃຫ້​ເຫັນ​ວ່າ, ​ຍີ່​ປຸ່ນ​ໄດ້​ເປັນ​ເຈົ້າ​ໜີ້​​ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ​ອີກ 4 ຕື້ 400 ລ້ານ​ໂດ​ລາ​ໃນເດືອນ​ດຽວ​ກັນ, ເຮັດ​ໃຫ້​ມີ​ຍອດ​ໜີ້​ສິນ​ລວມ​ເຖິງ 1111 ຕື້ 300 ລ້ານ​ໂດ​ລາ, ແລະ​ກາຍເປັນ​ເຈົ້າ​ໜີ້​ໃຫຍ່​ອັນ​ດັບ​​ໜຶ່ງ​ຂອງປະ​ເທດ​ຕົນ.
​ມາ​ເຖິງ​ທ້າຍ​ເດືອນພຶດ​ສະ​ພາ, ປະ​ເທດເຈົ້າ​ໜີ້ສຳ​ຄັນຂອງອາເມ​ລິກາ​ມີ​ຍອດ​ໜີ້​ສິນເຖິງ 6123 ຕື້ 600 ລ້ານ​ດລາ​ສະຫະລັດ, ສູງ​ກວ່າ​ທ້າຍ​ເດືອນ​ເມ​ສາ​ທີ່​ຢູ່​ໃນ​ລະ​ດັບ 6073 ຕື້ 700 ລ້ານ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ