ເກີດ​ແຜ່ນ​ດິນ​ໄຫວ​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ​ແຫຼມ​ຄຳ​ຊາ​ກາ​ປະ​ເທດ​ຣັດ​ເຊຍ​ຂັ້ນ 7,7 ລິກ​ເຕີ
2017-07-19 14:35:24  cri 
ອົງ​ການ​ທໍ​ລະ​ນີສາດ​ອາ​ເມ​ລິ​ກາ​ແຈ້ງວ່າ, ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແຫຼມ​ຄຳ​ຊາ​ກາ​​ປະ​ເທດ​ຣັດ​ເຊຍ​ໄດ້​​ເກີດແຜ່ນ​ດິນ​ໄຫວ​ຂັ້ນ 7,7 ລິກ​ເຕີ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້.

​ອົງ​ການ​ດັ່ງ​ກ່າວ​ບອກ​ວ່າ, ເວ​ລາ 7 ໂມງ 34 ນາ​ທີ​ຂອງວັນ​ທີ 18 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ​ແຫຼມ​ຄຳ​ຊາ​ກາ​​ປະ​ເທດ​ຣັດ​ເຊຍ​ໄດ້​​ເກີດແຜ່ນ​ດິນ​ໄຫວ​ຂັ້ນ 7,7 ລິກ​ເຕີ​, ໂດຍ​ຈຸດ​ໃຈ​ກາງ​ຢູ່​ເສັ້ນ​ຂະ​ໜານ​ 54,466 ອົງ​ສາເໜືອແລະ​ເສັ້ນ​ແວງ​ 168,822 ອົງ​ສາ​ຕາ​ເວັນ​ອອກ, ​ແລະ​ເລິກ​ລົງໃຕ້​ຕິນ 11,7 ກິ​ໂລ​ແມັດ.

ສູນ​ເຕືອນ​ໄພ​ຄື້ນ​ຊິ​ນາ​ມີ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຂອງ​ອາ​ເມ​ລິ​ກາ​ໄດ້​ລາຍ​ງານ​ວ່າ​ແຜ່ນ​ດິນ​ໄຫວ​​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄື້ນ​ຊິ​ນາ​ມີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ